ກຸ່ມຕິດອາວຸດອັລ-ຊາບັບບຸກໂຈມຕີສັງຫານໝູ່ທະຫານໂຊມາເລຍ(ກົດຊົມຄລິບ)
ກຸມຕິດອາວຸດຫົວຮຸນແຮງແນວຮ່ວມອັລ-ກໍອິດະຫ໌ ໃນໂຊມາເລບ ບຸກໂຈມຕີຖານທະຫານກອງທັບລັດຖະບານ ໃກ້ເມືອງ ທ່າສິສມາໂຢ ທາງພາກໃຕ້ ໃນເຊົ້າວັນອາທິດ ສັງຫານທະຫານ 26 ສະຫາຍ
ສໍານັກຂ່າວຣອຍເຕີລາຍງານຈາກກຸງໄນດໍບີ
ປະເທດເຄນຢາ ໃນວັນທີ່ 3 ກັນຍາ ເຫດໂຈມຕີເກີດຂື້ນທີ່ຖານທະຫານກອງທັບໂຊມາເລຍ ໃນໝູ່ບ້ານບາລາ
ກູດັດ ໃກ້ເມືອງຄິສມາໂຢ
ກຸ່ມອັລ-ຊາບັບອອກປະກາດສະແດງຄວາມຮັບຜິດແລະລະບຸວ່າມີທະຫານເສຍຊີວິດ 26 ສະຫາຍ
ເຜົາລົດຍົນ 2 ຄັນ ແລະຂັບລົດທະຫານລົບໜີໄປ 3 ຄັນພ້ອມກັບອາວຸດປືນແລະຄື່ອງລູກປືນຈໍານວນຫຼາຍ
ແຕ່ທ່ານ
ໂມຮໍາໝັດ ອິຊາ ເຈົ້າໜ້າທີ່ໂຊມາເລຍ ກ່າວວ່າ ໄດ້ຮັບການລາຍງານການໂຈມຕີແລ້ວ
ແຕ່ເບື້ອງຕົ້ນຍັງບໍ່ຮູ້ລາຍລະອຽດກ່ວກັບຄວາມສູນເສຍແລະວ່າຖານດັ່ງກ່າວປະຕິບັດການຮ່ວມລະຫວ່າງກອງທັບແຫ່ງຊາດໂຊມາເລຍ
ກອງກໍາລັງຈາກເຂດປົກຄອງຕົນເອງຈັບບາແລນທາງພາກໃຕ້
ກຸ່ມອັລ-ບາຊັບ
ປະກາດຄວາມຈົງຮັກພັກດີຕໍ່ກຸ່ມ ອັລ-ອິດະຫ໌ ເມືອເດືອນກຸມພາ 2012
ຈັບອາວຸດສູ້ກັບລັດຖະບານເພື່ອນໍາຫຼັກຄໍາສອນທາງສາສະໜາມາໃຊ້ເປັນກົດໝາຍຢ່າງເຄັ່ງຄັດໃນໂຊມາເລີຍ
ປັດຈຸບັນມີນັກຮົບໃນສັງກັດປະມານ 7,000-9,000 ຄົນ
ຮູບພາບ:AP
ຄລິບປະອບ: shiawaves - shia news world services

Post a Comment