ເກົາຫຼີໃຕ້ຊ້ອມຮົບໃຫຍ່ຫຼັງຈາກເກົາຫຼີເໜືອທົດສອບນິວເຄຣຍ(ກົດຊົມຄລິບ)


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ໃນວັນທີ່ 4 ກັນຍາວ່າ ຄະນະເສນາທິການທະຫານຮ່ວມເກົາຫຼີໃຕ້ອອກຖະແຫຼງການວ່າກອງທັບບົກແລະກອງທັບອາກາດປະຕິບັດເຝິກຊ້ອມຮົບຄັ້ງໃຫຍ່ຮ່ວມກັນໃນວັນຈັນບໍລິເວນທະເລຕາເວັນອອກໂດຍການຊ້ອມລວມເຖິງການທົດສອບປະສິດທິພາບຂອງລະບົບປ້ອງກັນຂີປະນາວຸດຈາກອາກາດສູ່ພື້ນດິນແລະທົດສອບປະສິດທີ່ພາບຂີປະນາວຸດພິໄສກາງ ຣາຢອນມູ




ຄວາມເຄື່ອນໄຫວດັ່ງກ່າວຂອງກອງທັບເົາຫຼີໃຕ້ເກີດຂື້ນພຽງ 1 ວັນຫຼັງຈາກເກົາຫຼີເໜືອປະກາດຜົນສໍາເລັດໃນການທົດສອບລະເບີດນິວເຄຣຍເປັນຄັ້ງທີ່ 6 ເຊິ່ງເປັນລະເບີດໄຮໂດຣເຈນທີ່ສາມາດນໍາໄປຕິດຕັ້ງກັບຫົວລົບຂອງຂີປະນາວຸດຂ້າມທະວີບ(ໄອຊີບີເອັມ)ໃນອານາຄົດ ນອກຈາກນີ້ການທົດສອບລະເບີດນິວເຄຣຍຄັ້ງນີ້ຖືເປັນຄັ້ງທີ 4 ແລ້ວໃນສະໄໝຂອງຄີມ ຈອງ-ອືນ ຜູ້ນໍາສູງສຸດລຸ່ນທີ່ 3 ຂອງລັດຖະບານປຽງຢາງ




ທາງດ້ານປະທານາທິບໍດີໂດນັລ ທຣໍາ ປະກາດຜ່ານທະວິດເຕີວ່າສະຫະລັດກໍາລັງພິຈາລະນາລະງັບຄວາມຮ່ວມມືທາງດ້ານການຄ້າກັບ ປະເທດໃດກໍ່ຕາມ ທີ່ມີທຸລະກໍາກັບເກົາຫຼີເໜືອ ນອກຈາກການໃຊ້ມາດຕະການອື່ນ ຂະນະທີ່ທ່ານ ສຕິຟ ມນູຊິນ ລັດຖະມົນຕີວ່າການກະຊວງການຄ້າ ເຜີຍວ່າກໍາລັດຈັດສ້າງຮ່າງແຜນການຄວໍ່າບາດເກົາຫຼີເໜືອສະບັບໃໝ່ ສ່ວນພົນເອກ ເຈມສ໌ ແມຕທິສ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ກ່າວວ່າການທົດສອບລະເບີດນິວເຄຣຍຂອງເກົາຫຼີເໜືອຍິ່ງຕອກຢໍ້າການເປັນ ໄພຄຸກຄາມຮ້າຍແຮງ ຕໍ່ອາເມຣິກາແລະພັນທະມິດແລະຈະຕ້ອງພົບກັບການສະໜອງທາງທະຫານຄັ້ງຍິ່ງໃຫຍ່



ໃນເວລາດຽວກັນຈີນແລະຣັດເຊຍອອກຖະແຫຼງການປະນາມເຫດການທີ່ເກີດຂື້ນເຊັ່ນດຽວກັນ ແຕ່ຍັງຄົງຕັກເຕືອນໃຫ້ຄູ່ກໍລະນີທຸກຝ່າຍແກ້ໄຂສະຖານະການດ້ວຍຄວາມ ຮອບຄອບ ເນື່ອງຈາກສະຖານະການໃນແຫຼມເກົາຫຼີມີຄວາມຊັບຊ້ອນ ທີມີການຕັ້ງຄໍາຖາມວ່າ ໃນຂະນະທີສະຫະລັດບໍຕ້ອງການຍອມຮັບເກົາຫຼີເໜືອໃນຖານະນິວເຄຣຍ ແຈໍຕ່ການປົດອາວຸດນິວເຄຣຍໃນແຫຼມເກົາຫຼີຢ່າງຖາວອນຍັງບໍ່ແມ່ນເປົ້າໝາຍສູງສຸດ ຂອງອາເມຣິກາເຊັ່ນດຽວກັນ
ຄລິບປະກອບ: ARIRANG NEWS



ไม่มีความคิดเห็น