ສະຫະລັດ-ເກົາຫຼີໃຕ້ຕົກລົງແກ້ໄຂ ສົນທິສັນຍາພັດທະນາຂີປະນາວຸດ(ກົດຊົມຄລິບ)
ປະທານາທິບໍດີເກົາຫຼີໃຕ້ແລະເກົາຫຼີໃຕ້ເຫັນດີໃຫ້ມີການແກ້ໄຂສົນທິສັນຍາດ້ານຄວາມໝັ້ນຄົງໃຫ້ເພີ່ມຂີດຄວາມສາມາດຂອງເກົາຫຼີໃຕ້ໃນການຜະລິດຂີປະນາວຸດ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ
ປະເທດເກົາໃຕ້ ໃນວັນທີ່ 2 ກັນຍາວ່າ
ທໍານຽບປະທານາທິບໍດີເກົາຫຼີໃຕ້ອອກຖະແຫຼງການກ່ຽວກັບການສົນທະນາທາງໂທລະສັບຂອງປະທານາທິບໍດີມຸນ
ແຈ-ອິນ ກັບປະທານາທິບໍດີ ໂດນັລດ໌ ທຣໍາ ໃນຕອນເຊົ້າຂອງວັນເສົາຕາມເວລາທ້ອງຖິ່ນ
ເຊິ່ງກົງກັບຄືນວັນຕາມເວລາທ້ອງຖິ່ນຂອງສະຫະລັດ ວ່າຜູ້ນໍາທັງສອງປະເທດໄດ້ຫາລືກ່ຽວກັບການຍົກລະດັບກ່ຽວກັບການຮ່ວມຕໍ່ຕ້ານໄພຄຸກຄາມຈາກເກົາຫຼີເໜືອ
ທີ່ລວມເຖິງການຈັດຊື້ອາວຸດແລະການແກ້ໄຂສົນທິສັນຍາດ້ານຄວາມໝັ້ນຄົງລະດັບທະວີພາຄີ
ເພື່ອເພິ່ມຄຸນນະພາບຂອງເກົາຫຼີໃຕ້ໃນການພັດທະນາຂີປະນາວຸດ
ສະຫະລັດແລະເກົາຫຼີໃຕ້ລົງນາມໃນຂໍ້ຕົກລົງຮ່ວມກັນໃນປີ
2001 ຈໍາກັດໃຫ້ເກົາຫຼີໃຕ້ຜະລິດຂີປະນາວຸດນໍ້າໜັກບໍເກີນ 500 ກລ ແລະພິໄຊສູງສຸດ800 ກລ
ໂດຍເປັນໄປຕາມຄວາມຕ້ອງກັງວົນຂອງສະຫລັດທີ່ບໍ່ຕ້ອງການໃຫ້ເກີດການແຂ່ງຂັນດ້ານອາວຸດໃນອາຊີຕາເວັນອອກສຽງເໜືອ
ແຕ່ລັດຖະບານໂຊຕ້ອງການແກ້ໄຂສົນທິສັນຍາໃຫ້ມີການເພີມລັດສະໝີຂອງຂີປະນາວຸດຢ່າງໜ້ອຍ 3
ເທົ່າ ເພື່ອຄວບຄຸມອາວຸດບາງແຫ່ງໃນເກົາຫຼີເໜືອ
ເກົາຫຼີເໜືອອກສແຕມສະຫຼອງຄວາມສໍາເລັດໃນການທົດລອງຂີປະນາວຸດຂ້າມທະວີບ
ຮວາຊອງ-14
ຄວາມເຄື່ອນໄຫວດັ່ງກ່າວເກີດຂື້ນໃນວັນດຽວກັນກັບທີ່ກົດໝາຍສະຫະລັດ
ໃນການຫ້າມຊາວອາເມຣິກາເດີນທາງເຂົ້າເກົາຫຼີເໜືອມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ່ 1
ກັນຍາທີ່ຜ່ານມາ
ຫາກຜູ້ໃດຝ່າຝືນອາດຕ້ອງໄດ້ຮັບໂທດຈໍາຄຸກ10ປີແລະພ້ອມປັບໄໝເງິນເດືອນຈໍານວນຫຼາຍອີກ
ແນວໃດກໍຕາມກົດໝາຍນີ້ມີຂໍ້ຍົກເວັ້ນໃຫ້ກັບນັກການທູດ
ຜູ້ສື່ຂ່າວແລະເຈົ້າໜ້າທີ່ບັນເທົາທຸກຂອງອົງກອນຕ່າງໆ
ແຕ່ຕ້ອງຢືນໜັງສືລ່ວງແລະອະທິບາຍຈຸດປະສົງໃນການເດີນທາງວ່າມີຜົນປະໂຫຍດຕໍ່ສະຫະລັດແນວໃດ
ຄລິບປະກອບ: ARIRANG NEWS


Post a Comment