ສະຫະລັດກຽມເພີ່ມຄວາມຖີ່ໃນການລາດຕະເວນໃນທະເລຈີນໃຕ້


ກອງທັບສະຫະລັດກຽມເພີ່ມຄວາມສະໝໍ່າສະເໝີຂອງການລາດຕະເວນໃນທະເລຈີນໃຕ້ຢູ່ທີ່ 2-3 ຄັ້ງຕໍ່ເດືອນ




ສໍານັກຂ່າວຕ່າງປະເທດລາຍງານຈາກກຸງວໍຊີງຕັນ ປະເທດສະຫະລັດ ໃນວັນທີ່ 2 ກັນຍາ ໂດຍອ້າງຈາກການລາຍງານຂອງໜັງສືພິມ ເດີ ວໍລ໌ ສຕີຣທ ເຈີຣ໌ນັລ ເຂິ່ງສໍາພາດແຫຼ່ງຂ່າວໃນກະຊວງປ້ອງກັນປະເທດວ່າມີແຜນເພີ່ມຄວາມສະໝໍ່າສະເໝີ ຂອງການລາດຕະເວນທາງອາກາດແລະທາງທະເລໃນທະເລຈີນໃຕ້ ໂດຍອາດຈະເປັນເດືອນລະສອງເຖິງຄັ້ງ ແນວໃດກໍ່ຕາມລາຍງານດັ່ງກ່າວລະບຸໄວ້ວ່າ ເພນຕາກອນ ຈະເລີ່ມດໍາເນີນເມື່ອໃດແລະບໍລິເວນພື້ນທີ່ໃດຂອງທະເລຈີນໃຕ້
ນັບຕັ້ງແຕ່ປະທານາທິບໍດີ ໂດນັລ ທຣໍາ ຂື້ນດໍາລົງຕໍາແໜ່ງທີຜ່ານມາ ເພນຕາກອນ ປະຕິບັດການລາດຕະເວນໃນທະເລຈີນໃຕ້ໄປແລ້ວ 3 ເທື່ອ ໂດຍຄັ້ງລ່າສຸດການລາດຕະເວນໂດຍເຮືອພິຄາດ ຢູເອສເອສ ຈອນຫ໌ ເອສ ແມກເຄນ ໃນຂ່ວງຕົ້ນເດືອນສິງຫາຄົມທີ່ຜ່ານມາ ແຕ່ຫຼັງຈາກ 2 ອາທິດເຮືອລໍານີ້ປະສົບອຸປະຕິເຫດຕໍາກັບເຮືອບັນທຸກນໍ້າມັນຂະໜາດຍັກ ເປັນເຫດໃຫ້ລູດເຮືອຊາວອາເມຣິກາ 10 ຄົນເສຍຊີວິດ
ຂະນະທີ່ກ່ອນໜ້ານີ້ 2ສະໄໝຂອງລັດຖະບານວໍຊີງຕັນຂອງປະທານາທິບໍດີ ບາຣັດ ໂອບາມາ ກອງທັບສະຫະລັດປະຕິບັດການລາດຕະເວນນທະເລຈີນໃຕ້ 5 ຄັ້ງໂດຍຄັ້ງທໍາອິດໃນປີ 2013 ແລະຄັ້ງສຸດທ້າຍໃນປີທີ່ແລ້ວ

ຄລິບປະກອບ: CGTN

ไม่มีความคิดเห็น