ຊາຍໜຸ່ມນັ່ງທັບຮັງເຜິ້ງໃຫ້ເຜິ່ງຕອດກົ້ນເພື່ອເອົາເງິນພະນັນຈັດງານແຕ່ງ(ມິຄລິບ)


ຊາຍໜຸ່ມນິວຊີແລນໃຈກ້າແກ້ໂສ້ງນັ່ງເທິງຮັງເຜິ້ງໃຫ້ຕອດ ແລກເງິນພະນັນມູນຄ່າ 1,000 ນິວຊີແລນໂດລ່າຫຼືປະມານ 6,120,000 ກີບ


ເວັບໄຊຂ່າວອັງກິດ ເດີ ມິຣເຣີ ລາຍງານຈາກປະເທດນິວຊີເເລນ ເມືອງມາທາມາທາ ໃນວັນທີ່ 1 ກັນຍາວ່າ ທ້າວ ອໍຣຽວລ ບຣາກຸຕາ ຊາວນິວຊີແລນ ທ້າໝູ່ເພື່ອນໃນກຸ່ມຂອງຕົນ ເຈມີ ເກຣນເຈີ ໂດຍກ່າວວ່າຈະໃຫ້ເງິນ 1,000 ນິວຊີແລນໂດລ່າ ຫຼືປະມານ 6,120,000 ກີບ ຫາກສາມາດນັ່ງແກ້ໂສ້ງເປືອຍກົ້ນນັ່ງເທິງຮັງຜິ້ງໃຫ້ໄດ້ 30 ວິນາທີ ແລະ ເກຣນເຈີຣ໌ ຮັບຄໍາທ້າໂດຍການແກ້ໂສ້ງແລ້ວໄປນັ່ງຢູ່ເທິງຮັງເຜິ້ງແທ້ໆ ເຫດເກີດຂື້ນໃນຟຣາມເຜິ້ງໃນຊົນນະບົດເມືອງທາມາທາມາ ຂອງນິວຊີແລນ ລາວສາມາດນັ່ງໄດ້ເປັນເວລາ 30 ວິນາທີ ເຮັດໃຫ້ໄດ້ຮັບເງິນພະນັນດັ່ງກ່າວ


 ໂດຍກ່ອນໜ້ານີ້ໝູ່ຂອງລາວໃນກຸ່ມດຽວກັນກໍ່ເຄີຍນັ່ງແຕ່ນັ່ງໄດ້ພຽງ19ວິນາທີເພາະທົນຄວາມເຈັບປວດບໍ່ໄຫວຈື່ງລຸກອອກແລ້ວເຮັດໃຫ້ແພ້ພະນັນໄປ
ທ້າວ ເກຣນເຈີ ກ່າວວ່າການກະທໍາແບບນີ້ແມ່ນເປັນວິທີການທີ່ໄດ້ເງິນງ່າຍທີ່ສຸດເທົ່າທີ່ເຄີຍພົບ ແຕ່ຕ້ອງຍອມແລກກັບຄວາມເຈັບປວດແລະລາວເອງກໍ່ຖືກເຜີ້ງຕອດເປັນຈໍານວນຫຼາຍ ເມືອແຟນສາວຂອງລາວຮູ້ເລື່ອງທີ່ລາວຈະເຮັດກໍເລີຍເຫັນດີນໍາ ນອກຈາກນີ້ຍັງເຜີຍວ່າ ມູນຄ່າຂອງເງິນດັ່ງກ່າວສາມາດນໍາມາຈ່າຍຄ່າງານແຕ່ງຂອງທັງຄູ່ໄດ້. ແຕ່ແນວໃດກໍ່ຕາມລາວບໍ່ແນະນໍາໃຫ້ຄົນທົ່ວໄປຮຽນແບບ

ຄລິບປະກອບ: 


ไม่มีความคิดเห็น