ຄື້ນສັ່ນສະເທືອນທີ່ຖືກຈັບໄດ້ໃນເກົາຫຼີເໜືອບໍ່ແມ່ນຍ້ອນລະເບີດນິວເຄຣຍ
ແຜ່ນດິນໄຫວຂະໜາດນ້ອຍທີ່ເກີດຂຶ້ນໃນປະເທດ ເກົາຫຼີເໜືອ
ໃກ້ກັບສະຖານທີ່ທົດລອງນິວເຄລຍຂອງປະເທດໃນວັນເສົາວານນີ້
ເບິ່ງຄືວ່າຈະເປັນການສັ່ນສະເທືອນຈາກທຳມະຊາດ ແລະ ບໍ່ແມ່ນຍ້ອນລະເບີດນິວເຄລຍ, ອີງຕາມການກ່າວຂອງປະເທດທີ່ຢູ່ໃກ້ຄຽງ.
ອົງການອຸຕຸນິຍົມ ເກົາຫຼີໃຕ້ ກ່າວວ່າ
ຄື້ນສຽງຈາກການລະເບີດຂອງມະນຸດ ຄວນຖືກຈັບໄດ້ ແຕ່ວ່າບໍ່ເປັນຈັ່ງຊັ້ນ.
ອົງການແຜ່ນດິນໄຫວຂອງ ຈີນ ກ່າວວ່າ
ແຜ່ນດິນໄຫວບໍ່ແມ່ນເປັນຍ້ອນການລະເບີດຂອງນິວເຄລຍ ຫຼັງຈາກໄດ້ເວົ້າກ່ອນໜ້ານີ້ວ່າ
ການຈັບຄື້ນສັ່ນສະເທືອນ 3.4 ກ່ອນໜ້ານີ້ ໃນເວລາ 8 ໂມງ 29 ຕາມເວລາມາດຕະຖານສາກົນ ແມ່ນ “ສົງໄສວ່າ ເປັນການລະເບີດ.”
ອົງການສຳຫຼວດທໍລະນີວິທະຍາ ສະຫະລັດ, ກ່າວວ່າ ແນວໃດກໍຕາມ, ເຂົາເຈົ້າບໍ່ສາມາດຢືນຢັນໄດ້ວ່າ
ກໍລະນີການສັ່ນສະເທືອນຂອງວັນເສົາວານນີ້ ແມ່ນເກີດມາຈາກມະນຸດ ຫຼື ທຳມະຊາດ.ຫຼັງຈາການສັ່ນສະເທືອນໃນວັນເສົາວານນີ້ແລ້ວ, ເຮືອບິນຮົບກອງທັບ ສະຫະລັດ ກໍໄດ້ບິນຄຸ້ມກັນເຮືອບິນຖິ້ມລະເບີດໃນໜ່ານຟ້າສາກົນ
ຢູ່ເທິງໜ່ານນໍ້າກໍ້າຕາເວັນອອກ
ຂອງ ເກົາຫຼີເໜືອ.
ທຳນຽບຫ້າແຈ ກ່າວວ່າ ການບິນລາດຕະເວນ
ແມ່ນໄດ້ຖືກອອກແບບມາເພື່ອ ສະແດງໃຫ້ເຫັນທາງເລືອກດ້ານທະຫານຈຳນວນຫຼາຍ ທີ່ທ່ານ
ທຣຳ ມີໄວ້ ໃນການປະຕິບັດການ ເພື່ອຕອບໂຕ້ກັບໄພຂົ່ມຂູ່
ໂດຍໂຄງການນິວເຄລຍຂອງ ເກົາຫຼີເໜືອ.
ກໍລະນີການສັ່ນສະເທືອນໃນວັນເສົາວານນີ້
ໄດ້ເກີດຂຶ້ນ ກ່ອນລັດຖະ ມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ Ri
Yong Ho ໄດ້ຂຶ້ນກ່າວຄຳປາໄສທີ່ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ.
ທ່ານ Ri ໄດ້ເຕືອນໃນວັນພະຫັດທີ່ຜ່ານມາວ່າ ເກົາຫຼີເໜືອ
ອາດພິຈາລະນາການທົດລອງລະເບີດ ໄຮໂດຣເຈັນ ທີ່ມີຂະໜາດໃຫຍ່ກວ່າ
ເກົ່າ ໃນພາກພື້ນມະຫາສະໝຸດປາຊີຟິກ.
Post a Comment