ຮອງນາຍົກໄທເຜີຍມີຕຳຫຼວດຊ່ວຍເຫຼືອນາງຍິ່ງລັກໜີອອກຈາກປະເທດ
ທ່ານປຣະວິດ ວົງສຸວັນ
ຮອງນາຍົກລັດຖະມົນຕີໄທກ່າວວ່າ ເມື່ອບໍ່ດົນນີ້ວ່າ: ມີຕຳຫຼວດໄທ 3 ຄົນໄດ້ຊ່ວຍເຫຼືອທ່ານນາງຍິ່ງລັກ
ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໂຕນໜີອອກຈາກປະເທດຕົນ, ຜູ້ບົງການດັ່ງກ່າວແມ່ນຢູ່ໃນປະເທດໄທ.
ວັນທີ 25 ສິງຫາຜ່ານມາ, ທ່ານນາງ ຍິ່ງລັກ
ຊິນນະວັດບໍ່ໄດ້ຂຶ້ນສານຕັດສິນຄະດີໂຄງການຈຳນຳເຂົ້າ, ແລະ "ຫາຍສາບສູນ"
ຈາກປະເທດໄທ. ອີງຕາມຄວາມເວົ້າຂອງທ່ານປະຣວິດ ວົງສຸວັນ, ລົດຂອງທ່ານນາງຍິ່ງລັກ
ໄດ້ຜ່ານແຂວງສະແກັວພາກຕາເວັນອອກຂອງໄທແລະເຂົ້າສູ່ກຳປູເຈຍ.
ລັດຖະບານໄທສາມາດຍຶດໄດ້ລົດລົນເກັງຄັນໜຶ່ງທີ່ເຊື່ອວ່າສົ່ງທ່ານນາງຍິ່ງລັກອອກນອກປະເທດຢູ່ເຮືອນຫຼັງໜຶ່ງຢູ່ແຂວງນະຄອນ
ປະກົມ ພາກເໜືອຂອງໄທ. ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ຕຳຫຼວດ, ຜູ້ຂັບລົດຄັນດັ່ງກ່າວແມ່ນຕ່າງກັບຜູ້ລົງທະບຽນ.
ຕຳຫຼວດ 3 ຄົນດັ່ງກ່າວໄດ້ຮັບການສືບສວນໃນຕອນຄ່ຳວັນທີ 21 ກັນຍານີ້, ທ່ານປຣະວິດ ວົງສຸວັນ ເປີດເຜີຍວ່າ, "ເຂົາເຈົ້າໄດ້ຮັບຄຳສັ່ງວ່າໃຫ້ຊ່ວຍເຫຼືອທ່ານນາງຍິ່ງລັກໂຕນໜີ", ແຕ່ທ່ານປະຕິເສດທີ່ຈະເປີດເຜີຍຜູ້ບົງການຕໍ່ສື່ມວນຊົນ, ພຽງກ່າວວ່າ "ຜູ້ອອກຄຳສັ່ງດັ່ງກ່າວປັດຈຸບັນຢູ່ປະເທດໄທ."
ແຫລ່ງທີ່ມາຈາກຊີອາໄອ
Post a Comment