ລັດຖະບານລາວ ຊະນະການຕໍ່ສູ້ຄະດີກັບ ບໍລິສັດໄທ-ລາວ ລິກໄນ
ຂປລ. ອີງຕາມແຫລ່ງຂ່າວ ຈາກກະຊວງແຜນການ ແລະ ການລົງທຶນ
ລັດຖະບານແຫ່ງ ສປປ ລາວ ໄດ້ຊະນະການຕໍ່ສູ້ຄະດີຄວາມທາງກົດໝາຍ
ທີ່ມີຄວາມຍືດເຍື້ອຍາວນານກັບ ບໍລິສັດ ໄທ-ລາວລິກໄນ ຈຳກັດ (Thai-Lao Lignite Co., Ltd ). ລັດຖະບານໄດ້ອະນຸມັດການສຳປະທານ
ສອງໂຄງການຄື ໂຄງການຂຸດຄົ້ນຖ່ານຫີນ ແລະ ໂຄງການການກໍ່ສ້າງໂຮງງານ
ໄຟຟ້າພະລັງຄວາມຮ້ອນຂະໜາດ 700
MW ທີ່ເຂດຫົງສາ ໃນປີ 1992 ແລະ 1994 ຕາມລຳດັບ ເປັນເວລາປະມານ 13 ປີ, ພາຍຫລັງການໃຫ້ສຳປະທານໂຄງການດັ່ງກ່າວ, ຈາກລັດຖະບານ, ບໍລິສັດ ໄທ-ລາວລິກໄນ ຈຳກັດ
ແມ່ນລົ້ມເຫລວໃນ ການບໍ່ປະຕິບັດຕາມຄວາມມຸ່ງຫວັງຂອງຕົນ, ເຊິ່ງສະແດງອອກ
ທີ່ບໍ່ສາມາດບັນລຸການພັດທະນາຢ່າງເຕັມສ່ວນ
ຂອງໂຄງການພະລັງງານຄວາມຮ້ອນຫົງສາ.
ເພື່ອເປັນການຮັກສາແຜນການພັດທະນາຂອງປະເທດ.
ດັ່ງນັ້ນ, ລັດຖະບານລາວຈຶ່ງໄດ້ຍົກເລີກໂຄງການສຳປະທານດັ່ງກ່າວ
ໃນປີ 2007. ເພື່ອບໍ່ເປັນການຊັກຊ້າ, ລັດຖະບານລາວໄດ້ຮຽກຮ້ອງໃຫ້ບັນ
ດານັກລົງທຶນຜູ້ທີ່ມີທ່າແຮງ ເຊິ່ງໃນນັ້ນລວມມີບໍລິສັດ
ບ້ານປູມະຫາຊົນຈຳກັດ ໃຫ້ຍື່ນສະເໜີໂຄງການເພື່ອພັດທະນາໂຄງການ
ໂຄງການພະລັງງານໃຫ້ໄປຕາມຄາດໝາຍ, ການສະເໜີໂຄງການດັ່ງກ່າວ ຂອງບໍລິສັດບ້ານປູ ໄດ້ຮັບການຄັດເລືອກຈາກອີກສອງບໍລິສັດ
ທີ່ຍື່ນສະເໜີມາ ຍ້ອນວ່າບໍລິສັດບ້ານປູມີປະສົບການດ້ານການພັດທະນາໂຄງການ
ພະລັງງານຄວາມຮ້ອນ ແລະ ມີຄວາມຊຳນານໃນການເຮັດບໍ່ຖ່ານຫີນ.
ບໍລິສັດບ້ານປູ ມະຫາຊົນ ຈຳກັດ
ໄດ້ປະຕິບັດຕາມຄວາມມຸຸ່ງຫວັງ ຂອງຕົນຢ່າງເຕັມສ່ວນ
ໂດຍໄດ້ສ້າງໂຮງງານຜະລິດໄຟຟ້າ ແລະ ໄດ້ຕິດຕັ້ງເຄື່ອງຈັກ
ທີ່ມີກຳລັງການຜະລິດພະລັງງານຂະໜາດ 600 MW ສາມເຄື່ອງ ເຊິ່ງລວມທັງໝົດເປັນ 1.800 MW ເພື່ອຂາຍໃຫ້ແກ່ບໍລິສັດໄຟຟ້າລາວ
ແລະ ບໍລິສັດ ການຜະລິດໄຟຟ້າແຫ່ງປະເທດໄທ ຕາມຕາຕະລາງການຜະລິດເພື່ອຂາຍທີ່ກຳນົດໄວ້.
ລັດຖະບານລາວ ມີຄວາມພາກພູມໃຈ ທີ່ເຮັດໃຫ້ໂຄງການພະລັງງານຄວາມຮ້ອນຫົງສາ
ສາມາດກ້າວເຂົ້າສູ່ການຜະລິດ ພະລັງງານໄຟຟ້າ ເພື່ອຕອບສະໜອງຕາມຄວາມຕ້ອງການຊົມໃຊ້ໄຟຟ້າ
ຂອງປະເທດໄທ ແລະ ລາວ.
ເຖິງຢ່າງໃດກໍຕາມ, ບໍລິສັດໄທ-ລາວລິກໄນຈຳກັດ ໄດ້ລິເລີ່ມຂະບວນໄກ່ເກ່ຍ ກັບລັດຖະບານລາວ ທີ່ກົວລາລຳເປີ ໃນຂໍ້ຫາລະເບີດສັນຍາ. ພາຍໃຕ້ການປະຕິເສດຢ່າງໜັກແໜ້ນຂອງລັດຖະບານ, ບໍລິສັດໄທ-ລາວລິກໄນ ຈຳກັດ ຕ້ອງການຄ່າເສຍຫາຍຈາກ ສອງໂຄງການ ທີ່ໄດ້ອະນຸມັດໃຫ້ບໍລິສັດ ໄທ-ລາວລິກໄນຈຳກັດ, ຄະນະກຳມະການໄກ່ເກ່ຍໄດ້ຜິດພາດ ໃນການເຫັນດີຕໍ່ການຮຽກຮ້ອງຄ່າເສຍຫາຍຂອງບໍລິສັດ ເຊິ່ງຄຳຕັດສິນໃນເດືອນທັນວາ 2009 ແມ່ນຕັດສິນໃຫ້ລັດຖະບານມອບເງິນ 25 ລ້ານໂດລາໃຫ້ແກ່ບໍລິສັດ ໄທ-ລາວລິກໄນ ຈຳກັດ, ພ້ອມກັບການຄິດໄລ່ດອກເບ້ຍ 9% ຕໍ່ປີ.
ລັດຖະບານໄດ້ປະຕິເສດ
ຕໍ່ການຈັດຕັ້ງປະຕິບັດຄຳຕັດສິນດັ່ງກ່າວ, ພ້ອມທັງໄດ້ຮ້ອງຂໍໄປຍັງສານປະເທດມາເລເຊຍ
(ເຊິ່ງເປັນສະຖານທີ່ຂະບວນການໄກ່ເກ່ຍຕັ້ງຢູ່)
ເພື່ອຂັດຄ້ານປະຕິບັດຄຳຕັດສິນຂອງ ຄະນະກຳມະການໄກ່ເກ່ຍ ໃນປີ 2013. ພາຍຫລັງການທົບທວນຄະດີ
ຢູ່ສານສູງທີ່ກູລາລຳເປີ, ສານໄດ້ຕັດສິນ
ໃນການໂຈະຄຳຕັດສິນຂອງສູນໄກ່ເກ່ຍ. ພາຍຫລັງເວລາສາມປີ
ຂອງການຍື່ນອຸທອນທາງກົດໝາຍຂອງຜູ້ລົງທຶນ, ໃນວັນທີ 17 ສິງຫາ 2017
ສານສູງສຸດປະເທດມາເລເຊຍ ແມ່ນໄດ້ປະຕິເສດການຍື່ນອຸທອນ ຂອງບໍລິສັດ
ໄທ-ລາວລິກໄນ ຈຳກັດ. ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ຄະດີຄວາມທີ່ຍາວນານສິ້ນສຸດລົງ
ແລະ ສະແດງເຖິງໄຊຊະນະທີ່ສຳຄັນຂອງລັດຖະບານລາວ.
ການຕັດສິນໃຈການພັດທະນາ ໂຄງການພະລັງງານໄຟຟ້າຫົງສາ ຂອງລັດຖະບານລາວ ແມ່ນເພື່ອຜົນປະໂຫຍດ ຂອງການພັດທະນາເສດຖະກິດຂອງ ສປປ ລາວ ເຊິ່ງແມ່ນໄລຍະທີ່ສຳຄັນຂອງການພັດ ທະນາຂະແໜງພະລັງງານໄຟຟ້າຂອງລັດຖະບານອີກດ້ວຍ.
ການຕັດສິນໃຈການພັດທະນາ ໂຄງການພະລັງງານໄຟຟ້າຫົງສາ ຂອງລັດຖະບານລາວ ແມ່ນເພື່ອຜົນປະໂຫຍດ ຂອງການພັດທະນາເສດຖະກິດຂອງ ສປປ ລາວ ເຊິ່ງແມ່ນໄລຍະທີ່ສຳຄັນຂອງການພັດ ທະນາຂະແໜງພະລັງງານໄຟຟ້າຂອງລັດຖະບານອີກດ້ວຍ.

Post a Comment