ປກສ ແຂວງບໍ່ແກ້ວຈັບຜູ້ຄ້າເຮໂລອິນໄດ້


ໃນວັນທີ 17 ກັນຍາ 2017 ນີ້ ເຈົ້າໜ້າທີ່ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ຮັບລາຍງານຈາກພົນລະເມືອງດີວ່າຈະມີກຸ່ມຄົນບໍ່ດີເຄື່ອນໄຫວຂົນສົ່ງຄ້າ-ຂາຍຢາເສບຕິດ ຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປແຂວງຫຼວງພະບາງ, ດັ່ງນັ້ນເຈົ້າໜ້າທີ່ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດຈື່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຢູ່ຈຸດກວດກາບ້ານນາຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ໄດ້ພົບເຫັນລົດເກັງຮຸ່ນໄດອີແລນຕ້າສີຂາວ ບໍ່ມີໝາຍເລກທະບຽນ ຂັບຂີ່ໂດຍ ທ້າວ ກົວເນັ່ງຊົງ ອາຍຸ 31 ປີ ຢູ່ບ້ານ ຊາງ ເມືອງນ້ຳບາກ ແຂວງຫຼວງພະບາງ ແລະ ໝູ່ອີກສອງຄົນ ຊື່ທ້າວ ຍຸງຍີ່ວື ອາຍຸ 29 ປີ ຢູ່ບ້ານ ໂພນສະຫວັນ ເມືອງ ແປກ ແຂວງຊຽງຂວາງ ສ່ວນອີກຄົນໜື່ງເປັນຜູ່ຍິງ ໄດ້ເອົາຕົວລົບໜີໃນເວລາກຳລັງກວດຄົ້ນລົດ.





 ຜ່ານການກວດຄົ້ນລົດຄັນດັ່ງກ່າວເຈົ້າໜ້າທີ່ພວກເຮົາໄດ້ພົບເຫັນຢາເສບຕິດ ( ປະເພດເຮໂລອິນ ) ຈຳນວນ 24 ຄູ່ ເທົ່າກັບ 48 ແທ່ງຊຸກເຊື່ອງຢູ່ໃນລົດ ແລະ ຍັງມີ ໂທລະສັບມືຖື 2 ໜ່ວຍ, ປື້ມບັນຊີເງີນຝາກທະນາຄານ 1 ຫົວ, ປື້ມພາດສະປອດ 1 ຫົວ, ໂມງ 1 ໜ່ວຍ, ສາຍຄໍເງີນ 1 ເສັ້ນ ແລະ ຍັງມີບັດເອກະສານອີກຈຳນວນໜື່ງ.




ດັ່ງນັ້ນ, ເຈົ້າໜ້າທີຈຶ່ງກັກຕົວພວກກ່ຽວມາທຳການສືບສວນ-ສອບສວນ ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ທ້າວ ກົວເນັ່ງຊົງ ຮັບສາລະພາບວ່າເຮໂລອິນຈໍານວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ ເຊີ່ງໄດ້ຮັບມາຈາກຄົນມຽນມາບໍ່ຮູ້ຊື່ ຮັບມາໃນລາຄາຄູ່ລະ 6,800 ໂດລາ ແລະ ຈະນໍາໄປສົ່ງໃຫ້ລູກຄ້າຢູ່ ແຂວງຫຼວງພະບາງ ໃນລາຄາຄູ່ລະ 8,500 ໂດລາ, ສ່ວນທ້າວ ຍຸງຍີ່ວື ແມ່ນຍັງໃຫ້ການປະຕິເສດວ່າ ບໍ່ຮູ້ເຫັນກ່ຽວກັບເຮໂລອິນຈຳນວນດັ່ງກ່າວ ຕົນເອງພຽງແຕ່ຂໍຕິດລົດໄປນຳເທົ່ານັ້ນ. ສ່ວນຜູ່ຍິງທີ່ເອົາຕົວລົບໜີໄປນັ້ນ ເຈົ້າໜ້າທີ່ກໍາລັງເລັ່ງຊອກຫາຕົວເພື່ອມາດໍາເນີນຄະດີຕາມລະບຽບກົດໝາຍ ປະຈຸບັນເຈົ້າໜ້າທີ່ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ກັກຕົວພວກກ່ຽວໄວ້ ເພື່ອທໍາການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຄ້າ-ຂາຍຢາເສບຕິດລາຍນີ້ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ແຫຼ່ງທີ່ມາ: ປກສ ແຂວງບໍ່ແກ້ວ

ไม่มีความคิดเห็น