ຊີ້ນໝູໃນນະຄອນຫລວງວຽງຈັນ ປັບລາຄາຫລຸດລົງ




ພະ​ແນກອຸດສາຫະກຳ ແລະ ການ​ຄ້າ ນະຄອນ​ຫລວງ​ວຽງ​ຈັນ, ​ໄດ້​ອອກແຈ້ງ​ການ​​ເຖິງຜູ້​ດຳເນີນ​ທຸລະ​ກິດ​ການ​ຜະລິດ ຜູ້​ຊື້-ຜູ້ຂາຍຊີ້ນໝູ ​ໃຫ້​ປະຕິບັດ​ລາຄາ​ຂາຍຍົກ-ຂາຍຍ່ອຍຊີ້ນ​ໝູ​ດັ່ງນີ້: ລາຄາ​ໝູ​ເປັນໜ້າ​ຟາມ ຊື້-ຂາຍ ບໍ່​ໃຫ້​ເກີນ 18 ພັນ​ກີບ/ກິ​ໂລ ລາຄາ​ຂາຍຍົກ​ໝູທັງ​ຕົວ​ທີ່​ໄດ້​ຂ້າ​ຄົວ ແລະ ຊຳ ແຫລະ​ເປັນ​ຊີ້ນລວມ​ຂາຍ​ສູງ​ສຸດ​ບໍ່ໃຫ້​ເກີນ 21 ພັນ​ກີບ/ກິ​ໂລ ລາຄານີ້​ແມ່ນ​ລາຄາ​ນາຍຮ້ອຍ​ສົ່ງ​ໃຫ້ລູກ​ຂຽງ​ຮອດ​ຕະຫລາດ. ສຳລັບລາຄາ​ຂາຍຍ່ອຍ​ຂອງ​ລູກ​ຂຽງ ໃຫ້​ຜູ້​ບໍລິໂພກ​ຢູ່​ຕະຫລາດ: ຊີ້ນ​ໝູ​ປະເພດ​ໜຶ່ງ (ຊີ້ນ​ກ້ອນ ດູກ​ຂ້າງ ຊີ້ນສາມ​ຊັ້ນ) ສູງ​ສຸດ 33 ພັນ​ກີບ/ກິໂລ ແລະ ຊີ້ນ​ໝູ​ປະເພດ​ສອງ ລາຄາ​ສູງ​ສຸດ​ບໍ່​ໃຫ້​ເກີນ 30 ພັນ​ກີບ/ກິ​ໂລ. ​ໃນ​ຂະນະ​ທີ່​ກ່ອນໜ້ານີ້ ຊີ້ນໝູປະ​ເພດ 1 ຢູ່​ໃນ​ລາຄາ 35-40 ພັນກີບ/ກິ​ໂລ.

ການ​ອອກ​ແຈ້ງ​ການ​ສະບັບ​ນີ້, ໂດຍ​ອີງ​ຕາມ​ດຳລັດ ​ວ່າດ້ວຍ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ແລະ ຄ່າ​ບໍລິການ, ອີງ​ຕາມ​ຄຳເຫັນ​ດີ​ເປັນ​ເອກະ​ພາບ ​ຂອງ​ກອງປະຊຸມ​ ກ່ຽວ​ກັບ​ລາຄາ​ຂາຍຍົກ-ຂາຍຍ່ອຍຊີ້ນ​ໝູ ແລະ ແຈ້ງການ​ຂອງ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ວ່າ​ດ້ວຍ​ການ​ກຳນົດ​ໂຄງ​ປະກອບ​ລາຄາ​ສິນຄ້າ ຄວບ​ຄຸມ ເພື່ອ​ກຳນົດ​ລາຄາ​ຂາຍຍົກ-ຂາຍຍ່ອຍ. ເພື່ອ​ແນໃສ່​ຊຸກຍູ້​ສົ່ງເສີມ​ຜູ້​ດຳເນີນ​ທຸລະ​ກິດ​ການ​ຜະລິດ ຜູ້​ຊື້-ຜູ້ຂາຍ ແລະ ເປັນ​ການ​ປົກ​ປ້ອງ​ສິດຜົນ​ປະໂຫຍດ​ຜູ້​ຊົມໃຊ້ ​ໃຫ້​ມີ​ຄວາມ​ຍຸຕິ​ທຳ ​ບົນ​ພື້ນຖານ​ກົນ​ໄກ​ຕະຫລາດ ​ຫລີກ​ລ້ຽງ​ການ​ເອົາ​ລັດ​ເອົາປຽບ​ກັນ ​ລະຫວ່າງ​ຜູ້​ຊື້ ແລະ ຜູ້ຂາຍ ທັງ​ຮັບປະກັນ​ໃຫ້​ສັງຄົມ​ມີຄວາມ​ສະຫງົບ.

ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫລວງ​ວຽງ​ຈັນ, ຈຶ່ງ​ໄດ້ແຈ້ງ​ໃຫ້​ບັນດາ​ຫົວໜ້າ ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ 9 ຕົວ​ເມືອງ, ຫົວໜ່ວຍທຸລະ​ກິດ​ຈັດ​ສັນ​ຕະຫລາດ, ລວມທັງ ບັນ ດາຟາມ​ລ້ຽງ​ໝູ (ຜູ້​ຜະລິດ​ໝູ) ຜູ້​ປະກອບ​ການ​ທຸລະ​ກິດ​ຊື້​ສັດ-ຂາຍຊີ້ນ (ນາຍຮ້ອຍ) ຜູ້​ຈຳໜ່າຍ​ຊີ້ນໝູ (ລູກ​ຂຽງ) ຕາມ​ຮ້ານ​ຄ້າ​ແຜງລອຍ​ໃນ​ຕະຫລາດ ຢູ່​ນະຄອນຫລວງວຽງ​ຈັນ ເພື່ອ​ຊາບ ແລະ ຈັດ​ຕັ້ງປະຕິບັດ​ຕາມ​ເນື້ອ​ໃນ​ແຈ້ງ​ການນີ້​ໃຫ້​ມີ​ປະ​ສິດທິ​ຜົນ.   
ຂ່າວ:ຣາຊະ​ວົງ  

ไม่มีความคิดเห็น