ຈີນມອບ​ບ້ານ​ຈັດ​ສັນ​ໃຫ້​​ປະ​ຊາ​ຊົນລາວ


ພິ​ທີ​ມອບ-ຮັບ​ສອງ​ບ້ານ​​ຈັດ​ສັນ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໂຄງ​ການ​ໂຮງ​ໄຟ​ຟ້າ​ນໍ້າຕົກ​ນໍ້າອູ
ໄລ​ຍະ2 ທີ່​ລົງ​ທຶນໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນກໍ່​ສ້າງ​ພະ​ລັງ​ງານ​ໄຟ​ຟ້າ​ຈີນ​ຈຳ​ກັດ​ນັ້ນ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ
27 ກັນ​ຍານີ້ ໂດຍ​ຜູ້​ຕາງ​ໜ້າ​ອົງ​ການ​ປົກ​ຄອງ​ແຂວງຫຼວງ​ພະ​ບາງ, ສະ​ຖານ​ກົງ​ສຸນໃຫຍ່​ຈີນ​ປະ​ຈຳຫຼວງ​ພະ​ບາງແລະ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ.


ໃນ​ພິ​ທີ​ດັ່ງ​ກ່າວທ່ານ ຮວງ​ຢຽນ​ເຕີ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​ນ້ຳ​ອູ​ທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ຫຸ້ນ​ສ່ວນກໍ່​ສ້າງ​ພະ​ລັງ​ງານ​ໄຟ​ຟ້າ​ຈີນ​ຈຳ​ກັດໄດ້​ມອບ​ລູກ​ກະ​ແຈ​ລວມ​ໃຫ້​​ສອງນາຍ​ບ້ານ​​ຈັດ​ສັນ ທັງ​ໄດ້​​ສະ​ໜອງ​ເຟີ​ນີ​ເຈີ​ແລະ​ອຸ​ປະ​ກອນ​ກິ​ລາ​ຈຳ​ນວນ​ໜຶ່ງ​ໃຫ້​ໂຮງ​ຮຽນ​ຂອງ​ບ້ານ​ຈັດ​ສັນ​ຕື່ມ​ອີກ.

ທ່ານ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງ​ພະ​ບາງ ໄດ້ຕີ​ລາ​ຄາ​ສູງ​ຕໍ່​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ​
ທັງໄດ້​ຢືນ​ຢັນ​ຄວາມ​ໝາຍຂອງເຂື່ອນໄຟ​ຟ້າ​ນ້ຳ​ຕົກ​ດັ່ງ​ກ່າວ ແລະ​ຫວັງ​ວ່າ, ໂຄງ​ການ​ດັ່ງ​ກ່າວຈະ​ສືບ​ຕໍ່​ຊ່ວຍ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນແລະ​ຟື້ນ​ຟູ​ການ​ຜະ​ລິດ,
ສ່ວນ​ອົງ​ການ​ປົກ​ຄອງ​ແຂວງ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ຢ່າງ​ແຂງ​ແຮງ.
CRI FM93

ไม่มีความคิดเห็น