ຈັບໂຈນລັກລົດຈັກຢູ່ໂຮງໝໍ 103

ຕອນບ່າຍມື້ນີ້, ວັນທີ 29 ຕຸລາ 2017 ໜ່ວຍປ້ອງກັນຄວາມສະຫງົບຂອງໂຮງໝໍ 103 ສາມາດຈັບໂຕຜູ້ທີ່ເຂົ້າໄປລົດຈັກ ພາຍໃນບໍລິເວນໂຮງໝໍໄດ້ 1 ຄົນ
ກວດຄົ້ນໂຕຜູ້ກ່ຽວພົບບັດປະຈຳຕົວປະຊາຊົນ ແລະ ໃບອະນຸຍາດຂັບຂີ່ລົດ ອອກຊື່ ທ້າວ ສົມຊາຍ ອາໃສຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.


ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ຈັບຕົວເພື່ອໄປສືບສວນສອບສວນ ແລະຈະສົ່ງດຳເນີນຄະດີຕາມລຳດັບຂອງກົດໝາຍ.
ແຫຼ່ງທີ່ມາ: Mahason Magazine

ไม่มีความคิดเห็น