ຄີມຈອງອຶນປ່ຽນໂໝດຈາກຊົມອາວຸດຫັນພາພັນລະຍາຊົມເຄື່ອງສໍາອາງ(ມີຄລິບ)
ບີບີຊີລາຍງານວ່າ
ສໍານັກຂ່າວເກົາຫຼີເໜືອຫຼື ເຄຊີເອັນເອ ເຜີຍແຜ່ພາບ ຂອງ ຄິມ ຈອງອຶນ
ຜູ້ນໍສູງສຸດຂອງປະເທດເດີນທາງໄປຢ້ຽມຢາມ ບໍລີສັດຜະລິດເຄື່ອງສໍາອາງໃນກຸງປຽງຢາງ ທີ່ ຄິມ
ຈອງອິລ ພໍ່ແລະຜູ້ນໍາລຸ່ນທີ່ສອງຂອງເກົາຫຼີເໜືອເຄີຍມາຢ້ຽມຢາມ 14 ປີກ່ອນ
ຄິມ ຈອງອຶນ
ເດີນທາງພ້ອມກັບ ນາງ ຣີ ຊໍລຈູ
ພັນລະຍາທີ່ໄລຍະຫຼັງບໍ່ຄ່ອຍອອກສື່ແລະຍັງມີເຈົ້າໜ້າທີ່ລະດັບສູງ
ຂອງພັກຄອມມິວນິສຂອງເກົາຫຼີເໜືອໄປນໍາ
ການຢ້ຽມຢາມຂອງຄິມຄັ້ງນີ້ຖ່າຍທອດທາງສະນີໂທລະພາບຂອງເກົາຫຼີເໜືອ
ໜຶ່ງວັນຫຼັງຈາກທ່ານ ເຈມສ໌ ແມັຕທິສ ລັດຖະມົນຕີວ່າການປ້ອງກັນປະເທດສະຫະລັດ
ກ່າວຢໍ້າວ່າ ສະຫະລັດບໍ່ມີວັນຍອມຮັບໃຫ້ເກົາຫຼີເໜືອຕິດອາວຸດນິວເຄຣຍ
ພາບດັ່ງກ່າວ
ບີບີຊີຕັ້ງຂໍ້ສັງເກດວ່າແຕກຕ່າງຈາກພາບຖ່າຍຂອງຄີມໃນໄລຍະຫຼັງທີ່ມັກໄປເບິ່ງການຊ້ອມຮົບແລະຍິງຂີປະນາວຸດ
ໂດຍຄິມຊົມຜະລິດຕະພັນຕ່າງໆແລະຄວາມທັນສະໄໝຂອງອຸປະກອນຜະລິດຢ່າ
ອາລົມດີ
ພ້ອມກັບກ່າວຊົມບໍລິສັດຜະລິດສິນຄ້າລະດັບເວີລຄ໌ຄລາສ



Post a Comment