ສານຕັດສິນ ຊາຍໜຸ່ມອີຕາລີຈໍາຄຸກ 24 ປີ ໂທດຖານຕັ້ງໃຈແຜ່ເອຊໄວວີໃຫ້ສາວ30ຄົນ


ບີບີລາຍງານວັນທີ່ 28 ຕຸລາວ່າ ສານກຸງໂຣມປະເທດອີຕາລີ ພິພາກສາຈໍາຄຸກທ້າວ ວາເລນຕິໂນ ຕໍລລູໂຕ ອາຊີບພະນັກງານບັນຊີອາຍຸ 33 ປີ ຜູ້ມີເຊື້ອເອຊໄອວີເປັນເວລາ 24 ປີ ເພາະຕັ້ງໃຈເຮັດໃຫ້ຜູ້ຍິງຕິດເຊື້ອເອຊໄອວີ 30 ຄົນ

ຜົນການສອບສວນລະບຸວ່າ ທ້າວ ວາເລນຕິໂນ ມີແມ່ຕິດເຊື້ອເອຊໄອວີຜ່ານທາງການເສບຢາເສບຕິດແລະເສຍຊີວິດໄປຕອນຕົນເອງອາຍຸ 4 ປີ ຈາກນັ້ນເມື່ອໃຫຍ່ຂຶ້ນ ທ້າວ ວາເລນຕີໂນ່ ຮ່ວມເພດກັບຜູ້ຍິງຢ່າງໜ້ອຍ 53 ຄົນ ໂດຍບໍ່ປ້ອງກັນ ທັ້ງທີ່ຮູ້ວ່າຕົນເອງມີເຊື້ອເອຊໄອວີໃນປີ 2016 ແຕ່ກັບໃຊ້ຊື່ປອມໃນໂຊຊ່ຽວມີເດຍແລະເວັບໄຊປອມຫາຄູ່ລໍ່ລວງເຍື່ອ ເຍື່ອສາວອາຍຸນ້ອຍທີ່ຄື 14 ປີ

ທະນາຍຈໍາເລີຍໂຕ້ແຍ້ງວ່າລູກຄວາມບໍ່ຮອບຄອບບໍ່ໄດ້ຕັ້ງໃຈເຮັດ ແຕ່ເຍື່ອຢືນຢັນວ່າເມື່ອຂໍໃຫ້ທ້າວ ວາເລນຕີໂນ ໃສ່ຖົງອານາໄມແຕ່ອ້້າງວ່າແພ້ແລະຕວະເຍື່ອວ່າຫາກໍ່ໄປກວດຫາເຊື້ອເອຊໄອວີມາແລ້ວ ຈາກນັ້ນເຍື່ອບາງລາຍຮູ້ວ່າຕິດເຊື້ອແລ້ວມາຖາມ ທ້າວ ວາເລນຕີໂນ່ບອກວ່າບໍ່ແມ່ນມາຈາກຕົນເອງແນ່ນອນ ແລະອ້າງຕໍ່ສານວ່າວ່າ ຖ້າຮູ້ວ່າເປັນແບບນີ້ຕົນເອງຈະບໍ່ຮ່ວມເພດ ຈະບໍ່ນໍາຜູ້ຍິງເຫຼົ່ນີ້ເຂົ້າມາໃນຊີວິດ.

ຫຼັງຈາກທີ່ສານປຶກສາຫາລືກັນດົນນານກວ່າ 10 ຊົ່ວໂມງ ແລະເມື່ອສານອ່ານບົດພິພາກສາເຍື່ອພາກັນຮ້ອງໄຫ້ດ້ວຍຄວາມດີໃຈ ທີ່ຜູ້ກະທໍາຜິດຖືກລົງໂທດ ເຖິງວ່າໄອຍາການຮ້ອງຂໍໃຫ້ຈໍາຄຸກຈໍາເລີຍເຖິງຂັ້ນຕະຫຼອດຊີວິດກໍ່ຕາມ

ไม่มีความคิดเห็น