ຈີນເຕືອນເກົາຫຼີເໜືອ ທົດສອບນິວເຄຣຍຊໍ້າສະຖານເກົ່າເກີດຄວາມເສຍຫາຍແນ່ນອນ
ສໍານັກຂ່າວຕ່າງປະເທດລາຍງານວ່າ
ນັກທໍລະນີສາດອາວຸໂສຂອງຈີນອກມາເຕືອນເກົາຫຼີເໜືອວ່າ
ຖ້າຫາກລັດຖະບານປຽງຢາດໍາເນີນການທົດສອບນິວເຄຣຍຮອບໃໝ່ ທີຖານນິວເຄຣຍໃຕ້ດິນໃນເມືອງ
ປຸງກະເຢ-ຣີ ອີກຄັ້ງ ອາດຈະເກີດການຖະຫຼົ່ມຂອງພູເຂົາເຊິ່ງເປັນທີ່ຕັ້ງຂອງຖານ
ແລະນໍາໄປສູ່ການຖະຫຼົ່ມຄັ້ງໃຫຍ່ເຊິ່ງອາດເຮັດໃຫ້ກໍາມັນຕະພາບລັງສີຮົ່ວໄຫຼອອກມາແລະອາດພັດເຂົ້າສູ່ປະເທດຈີນ
ພາບຖ່າຍຈາກດາວທຽມສະແດງໃຫ້ເຫັນຮ່ອງຮອຍການຖະຫຼົ່ມຂອງພູເຂົາທີຕັ້ງຖານທົດລອງນິວເຄຣຍໃຕ້ດິນໃນເມືອງ
ປຸງກະເຢ-ຮີ
ຜ່ານມາເກົາຫຼີເໜືອທົດສອບນິວເຄຣຍຄັ້ງທີ່
6 ທີ່ຕັ້ງຖານທົດລອງນິວເຄຣຍໃຕ້ດິນໃນເມືອງ ປຸງກະເຢ-ຮີ
ເຊິ່ງຫ່າງຈາກຊາຍແດນຈີນ
50 ໄມລ໌ ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ ເຊິ່ງລະບຸວ່າເປັນການທົດລອງຄັ້ງຮຸນແຮງທີ່ສຸດ
ໂດຍຄາດການວ່າ ສ້າງແຮງລະເບີດໄດ້ເຖິງ 100 ກິໂລຕັນ
ຫຼາຍກວ່ານິວເຄຣຍທີ່ສະຫະລັດໃຊ້ຖະຫຼົ່ມເມືອງຮິໂຣຊິມາ ຂອງຢີປຸ່ນໃນສົງຄາມໂລກຄັ້ງທີ່ 2
ເຖິງ 7 ເທົ່າ
ລາຍງານຂອງຢູເອສໃນຂະນະນັ້ນທີລະບຸວ່າ
ບໍພຽງເທົ່າໃດນາທີຕໍ່ມາເກີດແຜ່ນດິນໄຫວລະດັບ4,1 ທີ່ເຊື່ອວ່າເປັນແຮງສັ່ນສະເທືອນຂອງການຖະຫຼົ່ມຂອງສິ່ງປຸກສ້າງຕາມມາດ້ວຍ
ທັງນີ້ເກົາຫຼີເໜືອຂູ່ຈະທົດລອງລະເບີດໄຮໂດຣເຈນ
ເຊິ່ງເປັນອາວຸດທີ່ມີພະລັງການທໍາລາຍສູງກວ່າລະເບີດປາລາມາໜູໃນມະຫາສະໝຸດປາຊີຟິກ
ເຊິ່ງຈະສົ່ງຜົນກະທົບຕໍ່ການເດີນເຮືອແລະການບິນ


Post a Comment