ມຽນມາກ່ຽວເຂົ້າຈາກທົ່ງນາທີ່ຊາວໂຣຮິນຈາປະຮ້າງ(ມິຄລິບ)



ສໍານັກຂ່າວຕ່າງປະເທດລາຍງາຍຈາກເມືອງຢ່ງກຸ້ງ ປະເທດມຽນມາ ໃນວັນທີ່ 29 ຕຸລາວ່າ ສໍານັກງານການກະເສດເມືອງມອງດໍ ໃນລັດຢະໄຂ່ ລາຍງານໃນວັນເສົາວ່າ ໄດ້ມີການເລີ່ມເກັບກ່ຽວເຂົ້າຈາທົ່ງນາທີ່ມີອານາເຂດປະມານ 71,000 ເອເຄີຣ໌ ໃນທ້ອງທີ່ຂອງເມືອງມອງດໍ  ເຊິ່ງເປັນເມືອງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກສະຖານະການຮຸນແຮງທີ່ເກີດຂື້ນໃນເດືອນ ສິງຫາ ທີ່ຜ່ານມາ ເນື່ອງຈາກສ່ວນໃຫຍ່ຜູ້ອາໄສໃນບໍລິເວນນີ້ເປັນ ຊາວເບງກາລີ ແລະໄດ້ອົບພະຍົບໄປຈາກບ້ານໝົດແລ້ວ ແຕ່ຍັງບໍ່ເປັນທີ່ຊັດເຈນວ່າລັດຖະບານມຽນມາຈະເຮັດແນວໃດກັບຜົນຜະລິດເຫຼົ່ານີ້


ຂະນະດຽວກັນທ່ານ ໂຣເບີຣ໌ດສັນ ຜູ້ອໍານວຍການອົງກອນສິດທິມະນຸດຮິວແມນ ໄຣທ໌ສ ວໍທ໌ຊ ປະຈໍາພູມິພາກອາຊີ-ປາຊີຟິກ ກ່າວເຖິງສະຖານນະການດັ່ງກ່າວວ່າ ລັດຖະບານມຽນມາ ໃຫ້ຄວາມສາຄັນແລະ ວິຕົກກັງວົນ ກັບຜົນຜະລິດທາງການກະເສດໃນລັດຢະໄຂ່ ຫຼາຍກວ່າຊາວໂຣຮິນຈາເຊິ່ງເປັນຜູ້ປູກເຂົ້າເຫຼົ່ານີ້ຂື້ນມາ ຄວາມເຄື່ອນໄຫວທີ່ເກີດຂື້ນເປັນການຍຶດຄອງພື້ນທີ່ຂອງລັດຖະບານມຽນມາ ເພື່ອປ້ອງກັນການເດີທາງກັບພູມິລໍາເນົາຂອງຊາວໂຣຮິນຈາຫຼາຍກວ່າ 600,000 ຄົນ

ເຖິງວ່າ ນາງ ອອງ ຊານ ຊູຈີ ໄດ້ຈັດຕັ້ງສະຫະພາບວິສາຫະກິດເພື່ອຊ່ວຍເຫຼືອດ້ານມະນຸດສະທໍາ ການຕັ້ງຖິ່ນຖານແລະການພັດທະນາໃນລັດຢະໄຂ່ ເພື່ອເສີມສ້າງສັນຕິສຸກແລະການພັດທະນາໃຫ້ເກີດຂື້ນໃນພື້ນທີ່ ແລະເພີ່ມປະສິດທິພາຍໃນການໃນການໃຫ້ຄວາມຊ່ວຍເຫຼື່ອຜູ້ລີ້ໄພທີ່ເດີນທາງກັບຈາກບັງກາລາເທດ ແນວໃດກໍ່ຕາມ ນາງ ຊູຈີ ຍັງບໍ່ເຄີຍກ່າວລາຍລະອຽດກ່ຽວກັບເລື່ອງນີ້ ເຊັ່ນດຽວກັນກັບທັບມຽນມາ ເຊັ່ນດຽວກັນກັບກອງທັບມຽນມາທີ່ດູແລທັງດ້ານພາຍໃນແລະຄວາມໝັ້ນຄົງພາຍໃນປະເທດ ທີຍັງຄົງສະຫງວນທ່າທີ
ຄລິບຈາກ:ALJAZEERA

ไม่มีความคิดเห็น