ທະຫານຊີເຣຍ ຕໍ່ສູ້ກັບ ນັກຮົບໄອເອສດຸເດືອດເສຍຊີວິດຫຼາຍກວ່າ90ສົບ(ມີຄລິບ)
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງເບຣຸຕ
ປະເທດເລບານນອນ ໃນວັນທີ່ 29 ຕຸລາວ່າ
ກອງທັບຊີເຣຍຄວບຄຸມພື້ນທີ່ສ່ວນໃຫຍ່ຂອງເມືອງເດອີຣ໌ ເອຊຊໍຣ໌ ເມືອງເອກຂອງແຂວງ
ທາງພາກຕາເວັນອອກຕິດກັບແດນອີຣັກ ທ່ານ ຣາມີ ອັບເດລຣາຫ໌ມານ
ຜູ້ອໍານວຍການສູນສັງເກດການສິດທິມະນຸດຊີເຣຍ(ເອສໂອເອອາຣ໌)ແຫ່ງອັງກິດ ເຜີຍວ່າ
ການສູ້ຮົບດຸເດືອດ ຕະຫຼອດວັນເສົາເຮັດໃຫ້ນັກຮົບໄອເອສເສຍຊີວິດຢ່າງໜ້ອຍ 50 ຄົນ
ສ່ວນກອງທັບຊີເຣຍສູນເສຍທະຫານ 23 ສະຫາຍ
ການປະທະກັນລ່າສຸດທະຫານສາມາດຍຶດຄອງພື້ນທີ່ເມືອງອເດອີຣ໌ ເອຊຊໍຣ໌ ວມທັງສະໜາມກີລາປະຈໍາເມືອງແລະຕອນນີ້ນັກຮົບໄອເອສຖືກຕີວົງປິດລ້ອມຢູ່ພື້ທີ່ລະຫວ່າງຕົວເມືອງກັບແມ່ນໍ້າຢູເຟຣຕິສ
ກຸ່ມໄອເອສຍຶດພື້ນທີສ່ວນໃຫຍ່ຂອງແຂວງເດອີຣ໌
ທີ່ອຸດົມໄປດ້ວຍຊັບພະຍາກອນນໍ້າມັນ ມາດົນນານເກືອບ 3 ປີ
ແລະກອງທັບຊີເຣຍເລີມບຸກຄືຮເລີ່ມຕັ້ງແຕ່ຕົ້ນເດືອນກັນຍາທີ່ຜ່ານມາ
ແລະການສູ້ຮົບໃນວັນເສົານັບວ່າດຸເດືອດທີ່ສຸດຕັ້ງແຕ່ກອງທັບເລີ່ມບຸດ
ການຕໍ່ສຄ້ຍັງດໍາເນີນຕໍ່ມາໃນວັນອາທິດທີ່ 29 ຕຸລາ ໂດຍຝ່າຍທະຫານຊີເຣຍມີເຮືອບິນຮົບກອງທັບຣັດເຊຍທີໂຈມຕີທາງອາກາດສະໜັບສະໜູນ
ແຫຼ່ງທີ່ມາ:-AP,REUTERS


Post a Comment