ສາວໄຮໂຊຣັດເຊຍຂໍທ້າຊີງ ຕໍ່າແໜ່ງປະທານປະເທດກັບ “ປູຕິນ”(ຊົມວີດີໂອ)
ສໍນັກຂ່າວຕ່າງປະເທດລາຍງານຈາກກຸງມົດສະກູປະເທດຣັດເຊຍ
ໃນວັນທີ່ 19 ຕຸລາວ່າ ນາງ ເຊນຽຍ ຊອບຊາ ຜູ້ປະກາດຂ່າວແລະສາວສັງຄົມຂອງຣັດເຊຍ ໄວ 35 ປີ
ປະກາດຜ່ານເວັບໄຊຕ໌ ສ່ວນຕົວໃວັນພຸດທີ່ຜ່ານວ່າ
ນາງມີແຜນລົງສະມັກຮັບເລືອກຕັ້ງຊີງຕໍ່າແໜ່ງປະທານາທິບໍດີ ທີ່ຈະມີຂຶ້ນໃນເດືອນ ມີນາ
ປີໜ້າ ໂດຍໃຫ້ເຫດຜົນວ່າຣັດເຊຍຕ້ອງການຄວາມປ່ຽນແປງ
ແນວໃດກໍ່ຕາມກົດໝາຍຂອງຣັດເຊຍລະບຸໄວ້ວ່າ
ຜູ້ສະມັກເລືອກຕັ້ງອິດສະຫຼະທີ່ບໍ່ສັງກັດໃນພັກການເມືອງໃດ
ຈໍາເປັນຕ້ອງມີລາຍຊທ່ສະໜັບສະໜູນຈາກປະຊາຊົນຢ່າງໜ້ອຍ 300,000 ລາຍຊື່ ຂະນະດຽວກັນນາງໄດ້ປະຕິເສດ
ຄໍເຕືອນ ຈາກ ທ່ານ ອາເລັກຊີ່ ນາວັລນີ ຜູ້ນໍາຝ່າຍຄ້ານຂອງ ຣັດເຊຍ
ເຊິ່ງກ່າວວ່ານາງບໍ່ຄວນ ລົງສະມັກເລືອກຕັ້ງ
ເນື່ອງຈາກຈະກາຍເປັນການກະຈາຍສຽງສະໜັບສະໜູນຂອງກຸ່ມພັກຝ່າຍຄ້ານ ແລະເຂົ້າທາງ ທໍານຽມເຄຣມລິນ
ແຕ່ນາງກ່າວວ່າຍິນດີຖອນຕົວຖ້າຫາກ ນາວັລນີ ຈະລົງສະມັກ ຂະນະດຽວກັນໃນທາງປະຕິບັດ
ນາວັລນີ ບໍ່ສາມາດລົງສະມັກເລືອກຕັ້ງໄດເນື່ອງຈາກວ່າຕ້ອງຄະດີອາຍາຫຼາຍຄະດີທີ່ກ່ຽວກັບການປຸກລະດົມທາງການເມືອງ

Post a Comment