ສະຫະລັດຖະຫຼົ່ມກຸ່ມໄອເອສໃນເຢເມນເປັນເທື່ອທໍາອິດ


ສໍານັກຂ່າວເອເອຟພີລາຍງານຈາກເມືອງເອເດນ ປະເທດເຢເມນ ໃນວັນທີ່ 17 ຕຸລາວ່າ ຖະແຫຼງການຂອງສູນບັນຊາການກາງສະຫະລັດ(ເຊນຕ໌ຄອມ)ທີຄວບຄຸມດູແລກອງກໍາລັງຂອງສະຫະລັດໃນອາຟິຣກາ ກອງທັບສະຫະລັດສັງຫານນັກຮົບໄອເອສຫຼາຍສິບສົບ ໃນການໂຈມຕີຄ້າຍເຝິກໄອເອສ 2 ແຫ່ງ ຮາບີແລະອັດນານີ ໃນແຂວງເບຍ໌ດາ ທາງພາກກາງຂອງເຢເມນ ການໂຈມຕີຍັງເປັນການຂັດຂວາງນັກຮົບລຸ່ນໃໝ່ຂອງໄອເອສອີກດ້ວຍ
ຄ່າຍຝິກ 2 ແຫ່ງຕັ້ງຕາມຊື່ ອາບູ ບີລັລ-ຮາຣ໌ບີ ຫົວໜ້າກຸ່ມໄອເອສສາຂາເຢເມນແລະອາບູ ໂມຮໍາເໝັດ ອັລ-ອັດນານີ ໂຄສົກກຸ່ມໄອເອສທົ່ວໂລກ ທີ່ເສຍຊີວິດຈາກການໂຈມຕີທາງອາກາດຂອງສະຫະລັດ ໃນລະດູຮ້ອນທທີ່ແລ້ວ ໂດຍກຸ່ມໄອເອສໃຊ້ຄ້າຍເຝິກ 2 ແຫ່

ນີ້ສອນການໂຈມຕີການກໍ່ການຮ້າຍໂດຍໃຊ້ອາວຸດປືນອາກ້າ ປືນກົນ ເຄື່ອງຍິງລູກສອນໄຟອາຣ໌ພີຈີແລະອື່ນໆ

ไม่มีความคิดเห็น