ທຣ້ໍາຊີຫົນທາງດຽວຮັບມືເກົາຫຼີເໜືອ
ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່
8 ຕຸລາວ່າ ປະທານາທິບໍດີໂດນັລທຣໍ້າ ຂອງສະະລັດ ກ່າວຜ່ານທະວິດເຕີໃນວັນເສົາວ່າ
ຂະນະນີ້ມີພຽງທາງດຽວທີ່ຈະໄດ້ຮັບຜົນໃນການຮັບມືກັບເກົາຫຼີເໜືອ
ເພາະທີ່ຜ່ານມາທັງປະທານາທິບໍດີແລະລັດຖະບານຊຸດຜ່ານມາ ໄດ້ພະຍາຍາມເຈລະຈາກັບເກົາຫຼີເໜືອມາ
25 ປີແລ້ວ ທັງຂໍ້ຕົກລົງແລະຄ່າໃຊ້ຈ່າຍໄປຢ່າງຫຼວງຫຼາຍແຕ່ກໍ່ບໍ່ໄດ້ຮັບຜົນ
ທັງຂໍ້ຕົກລົງທີ່ເອີ້ນໄດ້ວ່າເມິກບໍ່ທັນຈາງ ກໍຖືກລະເມີດ
ເຮັດໃຫ້ການເຈລະຈາຂອງສະຫະລັດຖືກຫຼອກລວງ ຕ້ອງຂໍໂທດດ້ວຍມີທາງດຽວທີຈະໄດ້ຜົນ
ຖ້ອຍຄໍາຂອງປະທານາທິບໍດີທຣໍ້າ
ບໍ່ໄດ້ອ້າງວ່າໝາຍເຖິງຫຍັງ ແຕ່ຄວາມເຫັນດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ວ່າ
ການໃຊ້ກໍາລັງທະຫານຢູ່ໃນຄວາມຄິດຂອງລາວ
ທາງດ້ານ ຄິມ
ຈອງ-ອຶນ
ຜູ້ນໍາສູງສຸດຂອງເກົາຫຼີເໜືອວ່າກ່າວໃນທີ່ປະຊມຄະນະກໍາມາທິການຄົນງານພັກຄອມມິວນິສຕ໌
ເກົາຫຼີເໜືອວ່າ ອາວຸດນິວເຄຣຍຂອງເກົາຫຼີເໜືອຄືເຄື່ອງຢັບຢັ້ງອັນມີອິດທິພົນທີ່ສຸດເພື່ອເປັນຫຼັກປະກັນສັນຕິພາບແລະຄວາມໝັ້ນຄົງຂອງແຫຼມເກົາຫຼີແລະພູມິພາກເອເຊຍຕາເວັນອອກສຽງເໜືອ


Post a Comment