ອາເມຣິກາ-ອີຢູເລັ່ງຄວໍ່າບາດກອງທັບມ້ຽນມາ



ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມມ້ຽນມາ ໃນວັນທີ່ 9 ຕຸລາ ໂດຍອ້າງລາຍງານຂອງສໍານັກຂ່າວຣອຍເຕີ ເຊິ່ງສໍາພາດແຫຼ່ງຂ່າວການທູດທັງໃນວຊີງຕັນ ເມືອງຢາງກຸ້ງ ແລະໃນຢູໂຣບ ວ່າລັດຖະບານວໍຊີງຕັນແລະສະຫະພາບຢູໂຣບ(ອີຢູ) ກໍາລັງປະຊຸມເພື່ອພິຈາລະນາມາດຕະການລົງໂທດເຈົ້າໜ້າລະດັບສູງໃນກອງທັບມ້ຽນມາເພື່ອຕອບໂຕ້ສະຖານະການຄວາມໝັ້ນຄົງແລະມະນຸດສະທໍາຮອບລ່າສຸດໃນລັດຢະໄຂ່ທີຍຶດເຍຶ້ອຍາວນານມາຕັ້ງແຕ່ຕົ້ນເດືອນສິງຫາແລະມີຜູ້ເສຍຊີວິດຫຼາຍກວ່າ 500 ຄົນແລ້ວ

ຂະນະດຽວກັນແຫຼ່ງຂ່າວໃນລັດວໍຊີງຕັນເຜີຍວ່າກໍາລັງມີການຫາລືເປັນການພາຍໃນກ່ຽວກັບມາດຕະການຄວໍ່າບາດທາງເສດຖະກິດຕໍ່ ພລ.ອ.ມິນ ອ່ອງ ຜູ້ບັນຊາການທະຫານສູງສຸດຂອງມ້ຽນມາແລະເຈົ້າໜ້າທີ່ລະດັບຜູ້ບັນຊາການຫຼາຍສະຫາຍ ໂດຍມາດຕະການອາດຈະເປັນການອາຍັດຊັບສິນໃນສະຫະລັດ ຈໍາກັດການອອກວີຊ່າແລະຫ້າມພົນລະເມືອງຊາວອາເມຣິກາຕິດຕໍ່ເຮັດທຸລະກໍາຮ່ວມກັບກຸ່ມນາຍທະຫານເຫຼົ່ານີ້


ໃນຂະນະດຽວກັນເກີດເຫດເຮືອຜູ້ລີ້ໄພຊາວໂຣຮິນຈາລໍາໜຶ່ງລົ່ມຈົມໃນກາງນແມ່ນໍ້ານາຟ ເຊິ່ງເປັນພົມແດນລະຫວ່າມ້ຽນມາກັບບັງກາເທດ ໃນຄືນວັນອາທິດ ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ແຕ່ຍັງສູນຫາຍອີກຫຼາຍສິບຄົນ ໂດຍມີລາຍງານວ່າຈໍານວນຜູ້ໂດຍສານແອອັດມີປະມານ 80-100 ຄົນ

ไม่มีความคิดเห็น