ຊາຍໜຸ່ມຜູ້ວາງແຜນລອບສັງຫານປູຕິນ ຖືກຍິງໃນຢູເຄນບາດເຈັບສ່ວນເມຍເສຍຊີວິດ


ຊາຍຊາວເຊເຊນຜູ້ກ່າວຫາວ່າວາງແຜນລອບສັງຫານປະທານາທິບໍດີ ປູຕິນ ແຫ່ງຣັດເຊຍ ຖືກໂຈມຕີຂະນະຂັບລົດໃກ້ກຸງເຄຍຟ ເມືອງຫຼວງຂອງປະເທດຢູເຄນ ເຮັດລາວໄດ້ຮັບບາດເຈັບແລະພັນລະຍາເສຍຊີວິດ...


ສໍານັກຂ່າວຕ່າງປະເທດລາຍງານອ້າງການເປີດເຜີຍຂອງ ທ່ານ ແອນຕັນ ເຮຣານຊເຊນໂກ ທີ່ປຶກສາກະຊວງພາຍໃນຢູເຄນວ່າ ທ້າວ ອດໍາ ອໍສມາເຢສ ຖືກຍິງທີ່ໝູ່ບ້ານ ຮເລວາຮາ ໃນວັນຈັນທີ່ 30 ຕຸລາ ເຮັດໃຫ້ລາວໄດ້ຮັບບາດເຈັບສ່ວນ ນາງ ໂອຄຸເຄວາ ພັນລະຍາຂອງລາວເສຍຊີວິດຈາກເຫດການນີ້ ຂະນະທີ່ຍັງບໍ່ມີໃຜອອກມາອ້າງວ່າເປັນຜູ້ຢູ່ເບື້ອງຫຼັງການໂຈມຕີນີ້
ນາງ ໂອຄຸເຄວາ

ໃນປີ 2012 ທ້າວອດໍາ ອໍສມາເຢສ ຈາກສາທາລະນະລັດເຊເຊນ ຕົກເປັນຜູ້ຕ້ອງສົງໃສວ່າມີສ່ວນຮ່ວມໃນການລອບສັງຫານປະທານາທິບໍດີປູຕິນ ຂອງກຸ່ມອິສລາມິສຕ໌ ດ້ວຍການວາງລະເບີດໄວ້ທະໜົນ ຄູຕູຊໍຟສກີ ອເວນິວ ໃນກຸງມົດສະກູ  ທີ່ ປະທານາທິບໍປູຕິນເດີນທາງຜ່ານປະຈໍາທຸກວັນ ເຊິ່ງທາງການຣັດເຊຍໄດ້ຮ້ອງຂໍໃຫ້ລັດຖະບານຢູເຄຣນ ສົ່ງຕົວທ້າວ ອໍສມາເຢສ ໃຫ້ແກ່ພວກເຂົາແຕ່ຖືກປະຕິເສດ

ไม่มีความคิดเห็น