ສະຫຼົດ!! ຕີນຜີຊິ່ງລົດບັນທຸກ ໄລ່ຢຽບຄົນຂີ່ລົດຖີບທີ່ New York USA ໃນວັນຮາໂລວີນ ມີຜູ້ເສຍຊີວິດທັນທີ 8 ຄົນ (ມີຄລິບ)
AP ລາຍງານເຫດກໍ່ການຮ້າຍໃນ ນະຄອນນິວຢອກ ເມື່ອ ວັນທີ່ 31 ຕຸລາ ທີ່ຜ່ານມາ ຊ່ວງ 2 ໂມງສວຍຕາມເວລາສະຫະລັດ ໄດ້ມີຜູ້ກໍ່ການຮ້າຍຂັບລົດບັນທຸກໄລ່ຢຽບຄົນຂີ່ລົດຖີບ ແລະ ຄົນຍ່າງຕາມຂ້າງທາງ ໃກ້ກັບອານຸສາວະລີ World Trade Center ຈຸດກໍ່ເຫດການວິນາດສະກຳ 11 ກັນຍາ 2001 ເຮັດໃຫ້ມີຜູ້ເສຍຊີວິດທັນທີ 8 ຄົນ.
ຄລິບ
ຈາກນັ້ນໄດ້ໂດດລົງຈາກລົດພ້ອມຖືປືນ (ຮູ້ພາຍຫຼັງວ່າເປັນປືນປອມ) ແລະ ຮ້ອງສັນລະເສີນພະເຈົ້າ ເປັນພາສາອາຣັບ ກ່ອນຖືກຕຳຫຼວດຍິງປືນໃສ່ທ້ອງ ແລະ ຖືກນຳຕົວໄປໂຮງໝໍ ອາການສາຫັດ ແຕ່ຄາດວ່າບໍ່ເຖີງແກ່ຊີວິດ. ນອກນັ້ນຕຳຫຼວດຍັງພົບໜັງສື ທີ່ຄົນຮ້າຍຂຽນໄວ້ໃນລົດວ່າ ຕົນເອງພັກດີຕໍ່ກອງກຳລັງລັດອິດສລາມ ຫຼື ໄອເອສ ແລະ ກໍ່ເຫດຄັ້ງນີ້ເພື່ອ ໄອເອສ.
ຄລິບ



Post a Comment