ສື່ຂອງຍີ່ປຸ່ນອ້າງ 200 ຊີວິດຕາຍ!! ຈາກເຫດສະຖານີທົດສອບນິວເຄຼຍ ເກົາຫຼີເໜືອຖະຫຼົ່ມ
ສະຖານີໂທລະທັດ TV Asahi ແຫຼ່ງຂ່າວຍີ່ປຸ່ນກ່າວໂດຍອ້າງແຫຼ່ງຂ່າວນິລະນາມຈາກເກົາຫຼີເໜືອ ລະບຸວ່າ ຫຼັງຈາກການທົດສອບນິວເຄຼຍຄັ້ງທີ່ 6 ຂອງເກົາຫຼີເໜືອທີ່ສະຖານີທົດສອບໃຕ້ດີນ Punggye-ri ເມື່ອວັນທີ່ 3 ກັນຍາ ທີ່ຜ່ານມາ ແລະ ສົ່ງຜົນໃຫ້ເກີດການຖະຫຼົ່ມຂື້ນບໍລິເວນດັ່ງກ່າວນັ້ນ ມີຄົນງານກ່າວ 100 ຄົນຕິດຢູ່ໃນນັ້ນ ແລະ ເສີຍຊີວິດຂະນະປະຕິບັດການກູ້ໄພລວມທັງໝົດຢ່າງໜ້ອຍ 200 ຄົນ. ເຊີ່ງມີຜູ້ຊ່ຽວຊານອອກມາເຕືອນວ່າ ການທົດສອບໃຕ້ດີນອາດເຮັດໃຫ້ພູເຂົາພັງທະລາຍ ແຜ່ນດີນຖະຫຼົ່ມ ແລະ ອາດສົ່ງຜົນກະທົບຕໍ່ເປືອກໂລກ ລວມທັງອາດເຮັດໃຫ້ລັງສີນິວເຄຼຍແຜ່ກະຈາຍອອກໄປເຖີງຊັ້ນບັນຍາກາດໃກ້ກັບຊາຍແດນຂອງຈີນໄດ້.

Post a Comment