ຈີນສະກັດແຜນລອບສັງຫານຫຼານຄິມ ຈອງ-ອຶນ


ເຈົ້າໜ້າທີ່ຕໍາຫຼວດໃນກຸງປັກກິ່ງຈັບກຸມຕົວຊາວເກົາຫຼີເໜືອຫຼາຍຄົນ ເຊິ່ງຖືກກ່າວຫາວ່າ ເດີນທາງເຂົ້າມາປະເທດເພື່ອປະຕິບັດການລອບສັງຫານຫຼານຊາຍຂອງ ຄີມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ
ໜັງສືພິມ ຈຸງອັງ ອິລໂລ ຂອງເກົາຫຼີໃຕ້  ລວມທັງ ສໍານັກຂ່າວ ບລູມເບີກ ລາຍງານວາ ສາຍລັບເກົາຫຼີເໜືອ 2 ຄົນ ຖືກຈັບກຸມໃນປະເທດຈີນໃນຖານະຜູ້ຕ້ອງສົງໄສວາງແຜນລອບສັງຫານ ຄິມ ຮັນ-ຊໍລ ອາຍຸ  22 ປີ ລູກຊາຍຂອງຄິມ ຈອງ-ນັນ ອ້າຍຄົນລະແມ່ຂອງຜູ້ລ່ວງລັບຂອງ ຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ



 ຂ່າວລະບຸອີກວ່າ ຜູ້ຕ້ອງ ສົງໄສທັງ 2 ຄົນ ຖືກນໍາຕົວໄປສອບຖາມ ທີ່ໜ່ວຍງານພິເສດແຫ່ງໜຶ່ງໃນກຸງປັກກິ່ງ ພ້ອມກັບຊາວເກົາຫຼີເໜືອອີກ 5 ຄົນ ແຕ່ຍັງບໍ່ຮູ້ຊັດເຈນວ່າ 5 ຄົນນີ້ຖືກຈັບກຸມນໍາກັນຫຼືບໍ

ຄິມ ຈອງ-ນໍາ ຖືກລອບສັງຫານຊະນິດທີ່ສຸດຊັອກໂລກທີ່ ສະໜາມບິນນາໆຊາດກົວລາລໍາເປີ 2 ໃນປະເທດມາເລເຊຍໃນເດືອນກຸມພາທີ່ຜ່ານມາ ໂດຍຕໍາຫຼວດກ່າວຫາຍິງຊາວຕ່າງຊາດ 2 ຄົນວ່າຜູ້ລອບສັງຫານລາວດ້ວຍການໃສາຢາພິດຮ້າຍແຮງ ເຊິ່ງຕອນນີ້ສານກໍາລັງຢູ່ລະຫວ່າງການພິຈາລະນາຄະດີ

ไม่มีความคิดเห็น