ເກີດການເຄື່ອນໄຫວທາງທະຫານຄັ້ງໃຫຍ່ໃນຮອບ10 ປີຕ້ອນຮັບຜູ້ນໍາສະຫະລັດຢ້ຽມຢາມອາຊີ

ຫຼັງຈາກການເດີນທາງຢ້ຽມຢາມຍີ່ປຸ່ນທາງດ້ານຜູ້ນໍາສະຫະລັດ ໄດ້ເດີນທາງເພື່ອຢ້ຽມຢາມເກົາຫຼີໃຕ້ແລະໄດ້ເຂົ້າຫາລືກັນກັບປະທານາທິບໍດີມຸນ ແຈອິນ ຂອງເກົາຫຼີໃຕ້ວ່າ ລາວພ້ອມທີ່ຈະສັ່ງໃຫ້ໃຊ້ກໍາລັງທາງທະຫານເຕັມອັດຕາເສິກບໍ່ວ່າເຮັດເປັນຂະໜາດໃດ ເພື່ອຫາທາງທີ່ຈະຢຸດຢັ້ງເກົາຫຼີເໜືອບໍ່ໃຫ້ເປັນໄພຄຸກຄາມຕໍ່ຫຼາຍລ້ານຊີວິດ.

 ຜູ້ນໍາສະຫະລັດໄດ້ສະແດງທ່າທີ່ທີ່ເປັນມິດຫຼາຍກວ່າທຸກຄັ້ງທີ່ຜ່ານມາ ໂດຍຮຽກຮ້ອງໃຫ້ເກົາຫຼີເໜືອເຮັດໃນສິ່ງທີ່ຖືກຕ້ອງ ເຊິ່ງລາວເຫັນການເຄື່ອນໄຫວບາງຢ່າງ ແຕ່ບໍ່ບອກວ່າແມ່ນຫຍັງ ແລະມາຮອດບ່ອນນີ້ໜ້າຈະເຂົ້າໃຈວ່າ ເກົາຫຼີເໜືອຄວນກັບມາສູ່ໂຕະເຈລະຈາແລະສ້າງຂໍ້ຕົກ ນອກຈາກນັ້ນຜູ້ນໍາສະຫະລັດຍັງກ່າວອີກວ່າ ເກົາຫຼີໃຕ້ໄດ້ຕົກລົງທີ່ຈະຊື້ອາວຸດຫຼາຍພັນລ້ານໂດລ່າສະຫະລັດ ຈາກສະຫະລັດເພື່ອປ້ອງກັນໄພຄຸກຄາມຈາກເກົາຫຼີເໜືອ.



ຂະນະທີ່ການເຄື່ອນໄຫວທາງທະຫານກໍ່ເຊັ່ນດຽວກັນ ເເມືອເຮືອບັນທຸກເຮືອບິນ 3 ລໍາ ພ້ອມດ້ວຍກອງເຮືອລົບຕິດຕາມ ລວມຕົວກັນເຝິກຊ້ອມຮົບໃນບໍລິເວນປາຊີຟິກຕະເວັນຕົກ ເຊິ່ງເປັນຊ່ວງເວລາດຽວກັນທີ່.



ປະທານາທິບໍດີ ໂດນັລທຣໍ້າ ກໍາລັງເດີນທາງຢ້ຽມຢາມອາຊີ ທ່າມກາງສຽງເຕືອນເລື່ອງໄພຄຸກຄາມດ້ວຍອາວຸດນິວເຄຣຍຈາກເກົາຫຼີເໜືອ ເຮືອບັນທຸກເຮືສບິນສະຫະລັດທັງ 3 ທີ່ຈະເຝິກຮ່ວມຄື ນິມິດຊ໌,ໂດນັລດ໌ ເຣແກນ ແລະ ຣີໂອດໍຣ໌ ຣຸາເວລຕ໌  ເຊິ່ງແຕ່ລະລໍາເປັນແກນກາງຂອງເຮືອບັນທຸກເຮືອບິນໂຈມຕີ 1 ໝູ່ໂດຍແຕ່ລະໜູ່ຍັງປະກອບໄປດ້ວເຮືອລົບແລະເຮືອສະໜັບສະໜູນອື່ນໆອີກ ແລະຖືໄດ້ວ່າຄັ້ງນີ້ເປັຮຄັ້ງທໍາອິດໃນຮອບ 10 ປີ ທີ່ເຮືອບັນທຸກເຮືອບິນລວມຕົວກັນເຖິງ 3 ໝູ່ ລວມຕົວກັນໃນພູມິພາກແຖວນີ້

ບໍ່ພຽງເທົ່ານັ້ນ ເຮືອພິຄາດ ອິນາຊຸມະ ຂອງຢີ່ປຸ່ນ ກໍ່ຈະເຂົ້າຮ່ວມການສະແດງແສນຍານຸພາບຄັ້ງນີ້ອີກດ້ວຍ

ไม่มีความคิดเห็น