ເກີບແພງທີ່ສຸດໃນໂລກ 15 ລ້ານໂດລ່າສະຫະລັດ



 ເວັບໄຊຕ໌ຂ່າວສະຫະລັດອາຫຼັບເອມີເຣດ thenational  ລາຍງານຈາກເມືອງດູໄບ ປະເທດສະຫະລັດເອມິເຣຕສ໌ ໃນວັນທີ່ 30 ຕຸລາວ່າ ເດບບີ້ ວິງແຮມ ດີໄຊເນີຊາວອັງກິດ ສ້າງສະຖິຕິສິ່່ງຂອງທີ່ແພງທີ່ສຸດໃນໂລກຄັ້ງໃໝ່ໃຫ້ຕົວເອງຫຼັງຈາກໃນປີ 2012 ນາງອອກແບບຊຸດເດຣດທີ່ແພງທີ່ສຸດໃນໂລກປະດັບເພັດສີດໍາ 50 ກະຣັດ ສອງເມັດ ຕໍ່ມາໃນປີ 2013 ນາງເຮັດຊຸດ ອາບາຢາ ສໍລັບສະຕີມຸສະລິມທີ່ແພງທີ່ສຸດໃນໂລກປະດັບເພັດສີແດງທີ່ຫາຍາກຫຼາຍເມັດ

ລ່າສຸດນາງຈະນໍາເອົາ ເກີບທີ່ແພງທີ່ສຸດໃນໂລກ ທີ່ນາງເຫັນຜູ້ສ້າງຂຶ້ນອອກມາຈັດສະແດງ ທີ່ໂຮງແຮມຣາຟເຟລສ໌ ເມືອງດູໄບ ປະເທດສະຫະລັດອາຫຼັບເອມິເຣຕສໃນວັນທີ່ 2-3 ພະຈິກ ຄູ່ດຽວລາຄາ 15 ລ້ານໂດລ່າສະຫະລັດ ປະກອບດ້ວຍເພັດສີຊົມພູຫາຍາກ ສາມກະຣັດ ແລະເພັດສີຟ້າໜື່ງກະຣັດ ສະເພາະເພັດສອງເມັດນີ້ມູນຄ່າ 128,000 ໂດລ່າສະຫະລັດແລະເພັດສາມກະຣັດອີກສີ່ເມັດ ແລະ ເພັດເມັດນ້ອຍໆອີກ 1,000 ເມັດ ລວມທັງຍັງປະດັບທອງຄໍາຂາວ ສ່ວນຊິບແລະແຜ່ນຮອງຕີນ ເຮັດຈາກທອງຄໍາເເທ້ ຕົວເກີບເເມ່ນສ້າງຈາກໜັງຊັ້ນດີຫຸ້ມດ້ວຍທອງຄໍາ 24 ກະຣັດ ຫຍິບດ້າຍດ້ວຍທອງຄໍາ 18 ກະຣັດນອກຈາກນີ້ຍັງປະກອບໄປດ້ວຍທອງຄໍາສີໂຣສ ໂກລດ໌ແລະດ້ານໜ້າຂອງຕີນປະດັບດ້ວຍດອກມະລິທີ່ເຮັດຈາກໜັງ ເກີບຄູ່ນີ້ ເດບບີ້ ວິງແຮມ ສ້າງຂື້ນຕາມໃບສັ່ຂອງລູກຄ້າ


ไม่มีความคิดเห็น