ຣັດເຊຍເປີດຕົວເຮືອບິນຖິ້ມລະເບີດ ຕູ-160 ເອັມ 2 (ຊົມຄລິບ.)



ໃນວັນທີ່ 16 ພະຈິກ 2017 ສໍານັກຂ່າວຕ່ງປະເທດລາຍງານວ່າ ຣັດເຊຍໄດ້ເປີດເຜີຍພາບເຮືອບິນຖິ້ມລະເບີດທາງຍຸດທະສາດແບບ ຕູ-160 ເອັມ 2 (Tu-160M2) ໄດ້ນໍາອອກຈາກໂຮງງານຄາຊານ ເອວິເອຊັ່ນຂອງບໍລິສັດ ຢູໃນເຕັດ ແອຣ໌ຄຣາຟທ໌ ເອວີເອຊັ່ນ ຫຼື UAC ສໍາຫຼັບ 1 ໃນ 2 ລໍາທໍາອິດເປັນເຮືອບິນທີ່ຖືກສ້າງບໍ່ສໍາເລັດແລະຖືກຖິ້ມໄວ້  ຫຼັງຈາກສະຫະພາບໂຊຫວຽດຢຸດການສ້າງເຮືອບິນລຸ່ນນີ້ໃນປີ 1994 ໂດຍເຮືອບິນໝາບເລກ 8-04 ແລະ 8-05 ຖືກຄາດໝາຍໃຫ້ເປັນເຮືອບິນທົດສອບຂອງຕູ-160 ເອັມ 2.



ເຮືອບິນລໍານີ້ອອກແບບໃຫ້ມີລັກສະນະກວດຈັບດ້ວຍເຣດາຍາກ ປີກສາມາດພັບຫຸບໄດ້ ຄ້າຍຄືກັບເຮືອບິນຖິ້ມລະເບີດ ບີ-1ບີ ແລນເຊີ ຂອງກອງທັບສະຫະລັດ ໂດຍລຸ່ນໃໝ່ທາງຣັດເຊຍໄດ້ເພິ່ມລະບົບວີໂອນິກ ທີ່ຊ່ວຍໃນການເດີນທາງ ການສື່ສານ ກວດຈັບແລະລະບົບອີເລັກໂທຣລຸ່ນໃໝ່ ລວມທັງສາມາກບັນທຸກອາວຸດໃໝ່ແລະເຄືອງຈັກແບບໃໝ່ NK-30 series 02 ທີ່ມີແຮງຂັບເພີ່ມຂື້ນ.

ໂດຍທາງກະຊວງປ້ອງກັນປະເທດຣັດເຊຍມີຄວາມຕ້ອງການ  ເຮືອບິນຖີ້ມລະເບີດ ຕູ-160 ເອັມ 2 ເຂົ້າປະຈໍາການທັງໝົດ 50 ລໍາ.
ຊົມຄລິບ:

ไม่มีความคิดเห็น