ເກົາຫຼີເໜືອຊີ້ສະຫະລັດ ຄວນສຳນຶກຜິດຈູດສະນວນສົງຄາມນິວເຄຼຍ
ບົດຄວາມໃນໜັງສືພິມ ຊິມມຸນ ເດລີ່ ລະບຸວ່າສະຫະລັດອ້າງວ່າຫາແນວທາງເຈລະຈາຄີ່ຄາຍເລື່ອງນິວເຄຼຍຂອງເກົາຫຼີເໜືອ ຜ່ານການເຈລະຈາຕ່າງໆນາໆ ແຕ່ເປົ້າໝາຍທີ່ແທ້ຈິງຂອງສະຫະລັດຄື ການເຮັດໃຫ້ເກົາຫຼີລົ່ມສະຫຼາຍດ້ວຍການໃຊ້ອາວຸດ. ເຊີ່ງລະຫວ່າງການເດີນທາງໄປເກົາຫຼີໃຕ້ເມື່ອອາທິດກ່ອນ ປະທານາທິບໍດີ ໂດໂນລ ທຣຳ້ ໄດ້ຜັກດັນໃຫ້ເກົາຫຼີເໜືອຫວນຄືນສູ່ການເຈລະຈາ ແລະ ຕໍ່ລອງເລື່ອງການປົດອາວຸດນິວເຄຼຍຜ່ານແນວທາງການທູດ. ບົດຄວາມຍັງລະບຸອີກວ່າສະຫະລັດຄວນສຳນຶກຜິດໃນອາດສະຍາກຳທີ່ນຳມາເຊີ່ງອັນຕະລາຍຂອງສົງຄາມນິວເຄຼຍໃນຄາບສະໝຸດເກົາຫຼີ ກ່ອນທີ່ຈະມີການເຈລະຈາປົດອາວຸດນິວເຄຼຍໂດຍປາສະຈາກເງື່ອນໄຂໃດໆ ແລະ ຈາກສະຖານະການທີ່ເກີດຂື້ນສະຫະລັດຕ້ອການທີ່ຈະໃຫ້ເກົາຫຼີເໜືອລົ່ມສະຫຼາຍດ້ວຍອາວຸດ ໂດຍບໍ່ໄດ້ຕ້ອງການເຈລະຈາຕໍ່ລອງເພື່ອຫາທາງຍຸຕິເລື່ອງນີ້ແຕ່ຢ່າວໃດ.

Post a Comment