ສຸດແປກ! ໜຸ່ມນ້ອຍສາມາດຫັນຫົວກັບຫຼັງໄດ້ 180 ອົງສາ(ມີຄລິບ)


ສໍານັກຂ່າວຕ່າງປະເທດລາຍງານຂ່າວ ໃນວັນທີ່ 8 ພະຈິກ 2017 ວ່າ ກໍລະນີທີມີເດັກຊາຍຄົນໜື່ງທີ່ຊື່ວ່າ ມູຮໍາເໝັດ ຊາເມຍ ທີ່ອາໃສຢູ່ໃນເມື່ອງ ກາຣາຈີ ປະເທດປາກີສະຖານ ໂດຍເດັກນ້ອຍຄົນນີ້ມີສິ່ງທີ່ພິເສດນັ້ນກໍ່ຄື ລາວສາມາດໝຸນຫົວກັບຫຼັງໄດ້ 180 ອົງສາ



ມູຮໍາເໝັດ ຊາເມຍ ເປີດເຜີຍກັບນັກຂ່າວວ່າ ລາວໄດ້ເຝິກຄວາມຢືດເສັ້ນສາຍຂອງຮ່າງກາຍເປັນປະຈໍາ ຕັ້ງແຕ່ອາຍຸ 6-7 ປີ ລາວໄດ້ເບິ່ງໜັງສະຍອງຂັວນເລື່ອງທີ່ນັກສະແດງຫັນຫົວກັບໄປເບິງທາງໄດ້ ຈື່ງເກີດຄວາມມັກແລະເຝິກຝົນ ພຽງບໍ່ເທົ່າໃດເດືອນກໍາສາມາດຫັນຫົວກັບຫຼັງໄດ້ 180 ອົງສາ ໃນຊ່ວງທໍາອິດທີ່ລາວເຝິກຝົນກໍ່ຖືກແມ່ ຮ້າຍແລະຕີເພາະຢ້ານລາວຈະໄດ້ຮັບບາດເຈັບ ແຕ່ດົນໄປກໍ່ກາຍເປັນເລື່ອງປົກກະຕິ ແລະຄົນສ່ວນຫຼາຍເອີ້ນລາວວ່າ ມະນຸດນົກເຄົ້າ


ໃນມຸມມອງຂອງລາວເບິ່ງວ່າຄວາມສາມາດນິ້ແມ່ນພະເຈົ້າປະທານໃຫ້ລາວແລະຈະສາມາດພາລາວເຂົ້າວົງການບັນເທີງໃນອານາຄົດ


ไม่มีความคิดเห็น