ດູແຕເຕ ປະທານາທິບໍດີຟິລິບປີນ ຍົກປະຫວັດເຄີຍແທງຄົນຕາຍຕອນອາຍຸ 16 ປີ ຂູ່ຕົບເຈົ້າໜ້າທີ່ຍິງຂອງສະຫະປະຊາຊາດ.
ເມື່ອວັນທີ່ 10 ພະຈິກ AFP ລາຍງານວ່າ ປະທານາທິບໍດີຟິລິບປີນ ໃຊ້ຄຳເວົ້າດຸດັນສ້າງຄວາມຕື່ນຕະລຶງອີກຄັ້ງ ເມື່ອຂູ່ຈະຕົບເຈົ້າໜ້າທີ່ຍິງຂອງສະຫະປະຊາຊາດ ຫາກເຂົ້າມາວຸ່ນວາຍກວດສອບມາດຕະການປາບປາມຢາເສບຕິດຂອງຟິລິບປີນ.
ດູແຕເຕກ່າວເລື່ອງນີ້ກັບຊຸມຊົນຄົນຟິລິບປີນໃນເມືອງດາໜັງ ປະເທດຫວຽດນາມ ຂະນະເດີນທາງຮ່ວມປະຊຸມເອເປັກ ແລະ ຍັງມີກຳນົດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ທີ່ກຸງມະນິລາໃນວັນທີ່ 13-14 ພະຈິກນີ້. “ຕອນເປັນໄວລຸ່ນຂ້ອຍເຄີຍເຂົ້າອອກຄຸກ ຕີກັນບ່ອນນັ້ນບ່ອນນີ້ ຕອນ 16 ປີ ກໍ່ຂ້າຄົນໄປຄົນ 1 ຕອນຈັງຫວະຊຸນລະມຸນແລ້ວກໍ່ແທງ ຄິດເບີ່ງຕອນ 16 ຍັງສໍ່ານັ້ນ ແລະ ຕອນນີ້ເປັນປະທານາທິບໍດີສິສໍ່າໃດ; ເປັນຫຍັງນາງບໍ່ໄປສະແດງຄວາມເຫັນໃນການໃຊ້ຄວາມຮຸນແຮງໃນຕາເວັນອອກກາງແດ່ ເປັນຫຍັງຕ້ອງມາຫຍຸ້ງກັບເຮົາ ແມ່ນຫຍັງສິມັກເລື່ອງຢາເສບຕິດປານນັ້ນ ” ດູແຕເຕກ່າວ.
ທັງນີ້ ຕະຫຼອດ 16 ເດືອນທີ່ ດູແຕເຕ ເປັນປະທານາທິບໍດີ ມີຜູ້ຕ້ອງສົງໄສຖືກວິສາມັນໄປແລ້ວຫຼາຍກວ່າ 3,967 ຄົນ ແລະ ອີກ 2,290 ຄົນ ຖືກຂ້າຕັດຕອນ ແລະ ຍັງມີອີກຫຼາຍພັນຄົນຕາຍຢ່າງບໍ່ຮູ້ສາເຫດ..
Post a Comment