ປູຕິນ ເນັ້ນຍຳ້ຄວາມສຳພັນຮ່ວມມືເອເຊຍປາຊີຟິກ-ຍູເລເຊຍ.
ສານຈາກປະທານາທິບໍດີ ວາລາດິເມຍ ປູຕິນ ຜູ້ນຳລັດເຊຍ ເນື່ອງໃນວາລະການປະຊຸມສຸດຍອດຜູ້ນຳເອເປັກ ຄັ້ງທີ່ 25 ທີ່ເມືອງດາໜັງ ປະເທດຫວຽດນາມ ລະຫວ່າງວັນທີ່ 10-11 ພະຈິກ. ການປະຊຸມເອເປັກຄັ້ງນີ້ເປັນໂອກາດອັນດີໃຫ້ປະເທດສະມາຊິກໄດ້ສື່ສານ ແລະ ປະສານງານໃນປະເດັນຕ່າງໆ ທັງເສດຖະກິດສັງຄົມ ສິ່ງແວດລ້ອມ ແລະ ມະນຸດສະທຳ ລັດເຊຍມີຄວາມມຸ່ງໝັ້ນຕໍ່ການຮ່ວມມືກັນ ບົນພື້ນຖານຂອງຫຼັກການຄວາມເຫັນຮ່ວມກັນ ຄວາມສະໝັກໃຈ ຄວາມເຄົາລົບເຊີ່ງກັນ ແລະ ກັນ ແລະ ຄວາມພ້ອມໃນການປະນີປະນອມ ໂດຍບໍ່ຄຳນຶງເຖີງສະພາວະທາງການເມືອງ ເຊີ່ງນີ້ຄື ຈິດວິນຍານຂອງຄວາມເປັນຫຸ່ນສ່ວນຂອງເອເປັກ. ໃນຖານະປະເທດໃຫຍ່ສຸດໃນຍູເລເຊຍ ເຊີ່ງມີພື້ນທີ່ກວ້າງໃຫຍ່ໃນຕາເວັນອອກໄກທີ່ມີສັກກະຍະພາບ ລັດເຊຍໃຫ້ຄວາມສຳຄັນຕໍ່ຄວາມສຳເລັດໃນອະນາຄົດຂອງພູມິພາກເອເຊຍປາຊີຟິກ ເພື່ອໃຫ້ແນ່ໃຈວ່າການເຕີບໃຫຍ່ນັ້ນເປັນໄປຢ່າງຍືນຍົງ ແລະ ທົ່ວເຖີງ ເຄື່ອງມືສຳຄັນໃນການບັນລຸເປົ້າໝາຍຄື ການບູລະນາການທາງເສດຖະກິດທີ່ມີປະສິດທິພາບ ຕັ້ງຢູ່ບົນພື້ນຖານຫຼັກການຂອງການເປີດກວ້າງຜົນປະໂຫຍກຮ່ວມກັນ ແລະ ການເຄົາລົບຕໍ່ກົດສາກົນຂອງອົງການ ການຄ້າໂລກ.
Post a Comment