ຊີເລຍ ປະກາດໄຊຊະນະເໜືອ ໄອເອສ ແລ້ວ



ກອງທັບຊີເລຍປະກາດໄຊຊະນະເໜືອກຸ່ມລັດອິສລາມ ຫຼື ໄອເອສ ເມື່ອວັນທີ່ 9 ພະຈິກທີ່ຜ່ານມາ ໂດຍລະບຸວ່າການທີ່ກອງທັບສາມາດຍຶດເມືອງ ອັລບູ ຄາມາລ ເຊີ່ງເປັນເມືອງສຸດທ້າຍທີ່ເປັນຖານທີ່ໝັ້ນໄອເອສ ເປັນການບົ່ງບອກເຖີງການຫຼົ່ມສະຫຼາຍຂອງກຸ່ມໄອເອສ ຫຼັງຈາກທີ່ໄດ້ປົກຄອງດິນແດນກວ້າງໃຫຍ່ທີ່ກີນພື້ນທີ່ໃນປະເທດອີລັກ ແລະ ຊີເລຍ ເປັນເວລາເຖີງ 3 ປີ. ທາງກອງທັບ ແລະ ພັນທະມິດກຳລັງກວດລ້າງນັກຮົບກຸ່ມໄອເອສ ທີ່ໄດ້ຫຼົບໜີຢູ່ໃນທະເລຊາຍໃກ້ເມືອງ ອັລບູ ຄາມາລ ບໍລິເວນຊາຍແດນອີລັກ ແຕ່ການທີ່ກອງທັບຊີເລຍສາມາດຍຶດເມືອງດັ່ງກ່າວ ຖືເປັນການສີ້ນສຸດການປົກຄອງຂອງກຸ່ມໄອເອສ.

ไม่มีความคิดเห็น