ສະຫຼາມດຶກດຳບັນ ມີແຂ້ວຫຼາຍກວ່າ 300 ເຫຼັ້ມ ທີ່ຫາກະພົບຢູ່ຊາຍຝັ່ງເອີລົບ


ນັກວິທະຍາສາດໄດ້ຄົ້ນພົບສັດນຳ້ແປກປະຫຼາດຄ້າຍກັບສະຫຼາມໃນຍຸກດຶກດຳບັນ ລອຍຢູ່ໃຕ້ທະເລໃນແຖບຟາລູ ທາງຕອນໃຕ້ຂອງປະເທດປໍຕູເກດ ສັດຕົວນີ້ມີລັກສະນະຄ້າຍປາ ແຕ່ມີຮູບຮ່າງແຕກຕ່າງ ແລະ ຍັງມີແຂ້ວທີ່ແຫຼມຄົມກວ່າ 300 ເຫຼັ້ມ ແລະ ຍັງມີຊໍ້ມູນທີ່ເຊື່ອມໂຍງວ່າໜ້າຈະເປັນສາຍພັນດຽວກັນກັບສັດທະເລດຶກກຳບັນ ເປັນບັນພະບູລຸດຂອງຕະກຸນສະຫຼາມໃນປັດຈຸບັນ ໂດຍເຊື່ອວ່າຈະມີອາຍຸປະມານ 80 ລ້ານປີ ເຊີ່ງຕົວທີ່ພົບເປັນຕົວຜູ້ ຄວາມຍາວ 1.5 ແມັດ ໃນລະດັບນຳ້ເລີກປະມານ 800​ ແມັດ.

ไม่มีความคิดเห็น