ບໍ່ເພິ່ງສະຫະລັດ! ບໍ່ເພິ່ງສະຫະລັດ! ດູເຕີເຕກ່າວຈະຊື້ອາວຸດຈາກຣັດເຊຍ
ສໍານັກຂ່າວຕ່າງປະເທດລາຍງານ
ໃນວັນທີ່ 10 ພະຈິກ 2017 ກໍລະນີການປະຊຸມເອເປກ ທີ່ປະເທດຫວຽດນາມ ແລະມີການພົບປະກັນລະຫວ່າງ
ຜູ້ນໍາຟິລິບປິນ ປະທານາທິບໍດີໂຣຣິໂກ ດູເຕີເຕ ກັບທາງຜູ້ນໍາຣັດເຊຍ ດ້ານປະທານາທິບໍດີວລາເມຍ
ປູຕິນ ເຊິ່ງທາງດ້ານຜູ້ນໍາຣັດເຊຍໄດ້ສອບຖາມສະຖານະການທີ່ເກີດຂື້ນຈາກກຸ່ມກໍ່ການຮ້ຍມາອູເຕ
ແນຮ່ວມກໍ່ການຮ້າຍໄອເອສ ບຸກຍຶດເມືອມາຣາວາ ເຊິ່ງທາງຜູ້ນໍາຟິລິບປິນໄດ້ຕອບກັບ
ດ້ວຍການຂອບໃຈທີ່ຜູ້ນໍາຣັດເຊຍ ໃຫ້ການສະໜັບສະໜູນ ໃນຊ່ວງ ທີ່ເໝາະສົມ
ເຮັດໃຫ້ສາມາດຈັດການຍຶດພື້ນທີ່ຈາກກຸ່ມກໍ່ການຮ້າຍໄດ້ທັນເວລາພ້ອມຍັງເອີຍອີກວ່າຈະຊື້ອາວຸດຈາກຣັດເຊຍ
ຫຼັງຈາກທີ່ຜູ້ນໍາຟິລິບປິນ
ເອົາໃຈອອກຫ່າງ ແລ້ວຫັນໜ້າເຊື່ອມຄວາມສໍາພັນກັບຈີນແລະຣັດເຊຍຢ່າງຕໍ່ເນື່ອງ
ກ່ອນໜ້ານີ້ຣັດເຊຍໄດ້ບໍລິຈາກ ລົດບັນທຸກແລະປືນໄຣເຟີລ ຈໍານວນ 11,000
ເພື່ອໃຊ້ໃນການປາບປາມ ກຸ່ມກໍ່ການຮ້າຍທີ່ບຸກຍຶດເມືອງມາຣາວີ ໃຫ້ກັບກອງທັບຟິລິບປິນ
ມາແລ້ວເຊິ່ງສາມາດທົດແທນອາວຸດເກົ່ຂອງກອງທັບໄດ້ ນໍາມາເຊິ່ງໄຊຊະນະນັ້ນເອງ
ໃນເວລານີ້ກອງທັບຟິລິບປິນມີທຶນ
125 ພັນລ້ານເຊໂປ ສໍາຫຼັບກອງທັບໃຫທັນສະໄໝໃນຊ່ວງປີ 2018-2022 ຈາກການຈັດສັນງົບປະມານໂດຍສະພາແລະຍັງມີການເປີດວ່າກອງທັບກໍາລັງຊອກຫາ
ເຮລິຄອບເຕ ອາວຸດນ້ອຍ ລວມເຖິງຍຸດໂທປະກອນສໍາຫຼັບບັນເທົາທຸກແລະສະໜັບສະໜູນດ້ານມະນຸດສະທໍາອີກດ້ວຍ
Post a Comment