ຫວຽດນາມເລະ!! ພາຍຸເດັມເລ່ ຖະຫຼົ່ມດັບແລ້ວ 19 ຄົນ ແລະ ອົບພະຍົບກວ່າ 30,000 ຄົນແລ້ວ
ຫວຽດນາມກຳລັງປະເຊີນກັບໄຕ້ຝຸ່ນເດັມເລ່ ເຊີ່ງພັດເຂົ້າປະເທດເມື່ອວັນສຸກທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດໃນພາກກາງ ແລະ ພາກໃຕ້ແລ້ວກວ່າ 19 ຄົນ ນອກນັ້ນຍັງມີຜູ້ຄົນຫາຍສາບສູນອີກ 12 ຄົນ ບ້ານເຮືອນໄດ້ຮັບຄວາມເສຍຫາຍກວ່າ 370 ຫຼັງ. ຂະນະທີ່ລັດຖະບານລະບຸວ່າ ພຶດຜົນທາງການກະເສດປະມານ 250,000 ໄຮ່ ທັງ ອ້ອຍ ນາເຂົ້າ ສວນຍາງໄດ້ຮັບຄວາມເສຍຫາຍ ແລະ ມີການຍົກເລີກທ່ຽວບີນຫຼາຍກວ່າ 40 ທ່ຽວແລ້ວ.

Post a Comment