ສະຫະລັດໃຊ້ ເອຟ-22 ຖີ້ມລະເບີດໃສ່ໂຮງງານຜະລິດຝິ່ນຕາລີບັນ


ສຳນັກຂ່າວລອຍເຕີ ແລະ ເອພີ ລາຍງານຈາກກຸງຄາບູນ ປະເທດອັຟການິສຖານ ເມື່ອວັນທີ່ 20 ພະຈິກ ວ່າພົນເອກ ຈອນ ນິໂຄສັນ ຜູ້ບັນຊາການທະຫານສະຫະລັດໃນອັຟການິສຖານ ຖະແຫຼງໃນກຸງຄາບູນວ່າ ເຮືອບິນລົບ ເອຟ-22 ຂອງກອງທັບສະຫະລັດຖີ້ມລະເບີດໂຈມຕີໂຮງງານຜະລິດຝິ່ນຂອງກຸ່ມຕາລີບັນ ໃນຈັງຫວັດເຮມານ ທາງພາກໃຕ້ ເມື່ອຄືນວັນອາທິດ ປະຕິບັດການຄັ້ງນີ້ຖືເປັນຄັ້ງທຳອິດຂອງປະຕິບັດການຕາມແຜນຍຸດທະສາດໃໝ່ເພື່ອຕັດແຫຼ່ງເງີນສະໜັບສະໜຸນກຸ່ມຕາລີບັນ ໂດຍກຸ່ມຕາລີບັນອັຟການິສຖານສ້າງລາຍໄດ້ຈາກການປູກ ແລະ ຜະລິດຝິ່ນປີລະປະມານ 200 ລ້ານໂດລາສະຫະລັດ.


ไม่มีความคิดเห็น