ຮຸນ ເຊນ ທ້າອາເມຣິກາຕັດຂາດການຊ່ວຍເຫຼືອທັງໝົດ ຫຼັງຢຸດໃຫ້ງົບຊ່ວຍຈັດເລືອກຕັ້ງ


ໃນວັນທີ່ 19 ພະຈິກ ນາຍົກລັດຖະມົນຕີ ຮຸນ ເຊນ ທ້າທາຍໃຫ້ສະຫະລັດຕັດຄວາມຊ່ວຍເຫຼືອທັງໝົດຕໍ່ກໍາປູເຈຍ ໂດຍຊີ້ວ່າ ຈະເປັນການຂ້າກຸ່ມຄົນທີ່ຮັບໃຊ້ນະໂຍບາຍສະຫະລັດເອງ ບໍ່ແມ່ນຂ້າລັດຖະບານກໍາປູເຈຍ ຫຼັງຈາກທີ່ສະຫະລັດປະກາດຢຸດການໃຫ້ເງິນຊ່ວຍເຫຼືອຈັດການເລືອກຕັ້ງກໍາປູເຈຍ ໃນປີໜ້າໂດຍຊີ້ວ່າ ບໍ່ມີຄວາມຍຸຕິທໍາ


ສະຫະລັດຍັງປະກາດໃຊ້ມາດຕາທີ່ເຂັ້ມງວດກັບກໍາປູເຈຍ ຫຼັງຈາກສານກໍາປູເຈຍໄດ້ຮັບໃບສັ່ງຈາກລັດຖະບານຮຸນ ເຊນ ຕັດສິນຍຸບພັກກູ້ຊາດກໍາປູເຈຍ ຝ່າຍຄ້ານຫຼັກໃນຂໍ້ຫາຮ່ວມມືກັບສະຫະລັດ ພະຍາຍາມໂຄ່ນລົ້ມລັດຖະບານ ຮຸນ ເຊນ ແຕ່ສະຫະລັດແລະພັກກູ້ຊາດກໍາປູເຈຍປະຕິເສດ

ไม่มีความคิดเห็น