ເກົາຫຼີເໜືອ ຍິງຂີປະນາວຸດແຕ່ເຊົ້າ 3:30 ຕົກທະເລຍີ່ປຸ່ນ


ເອພີລາຍງານວ່າ ເຈົ້າໜ້າທີ່ກະລາໂຫມສະຫະລັດ ຫຼື ເພັນທາກອນ ຖະແຫຼງຜົນການກວດຈັບສັນຍານການທົດສອບຂີປະນາວຸດຂອງເກົາຫຼີເໜືອ ເມື່ອເວລາ 3:30 ຂອງວັນທີ່ 29 ພະຈິກ ຕາມເວລາທ້ອງຖິ່ນ ແລະ ນັບເປັນການທົດສອບຂີປະນາວຸດລູກທຳອິດໃນຮອບກວ່າ 2 ເດືອນທີ່ຜ່ານມາ ດ້ານ ໂດໂນລ ທຣຳ້ ກ່າວຢືນຢັນລາຍງານດັ່ງກ່າວ ແລະ ບອກວ່າສະຫະລັດຈະຮັບມືເລື່ອງນີ້ເອງ.

ດ້ານລັດຖະບານຍີ່ປຸ່ນຖະແຫຼງຢືນຢັນວ່າ ຂີປະນາວຸດຕົກລົງທີ່ເຂດເສດຖະກິດພິເສດຂອງທະເລຍີ່ປຸ່ນ ແລະ ລັດຖະບານຍີ່ປຸ່ນຂໍປະທ້ວງໃນລະດັບສູງສຸດຕໍ່ການກະທຳອັນຍົ່ວຍຸທີ່ຮັບບໍ່ໄດ້ນີ້.

ຂະນະທີ່ລັດຖະບານເກົາຫຼີເໜືອທີ່ນຳໂດຍ ຄິມ ຈອງ ອຶນ ຍັງຂົ່ມຂູ່ທີ່ຈະຍິງຂີ່ປະນາວຸດເຂົ້າໄປພົມແດນສະຫະລັດໃນວັນໜຶ່ງ.

ไม่มีความคิดเห็น