ປະທານາທິບໍດີປູຕິນມອບເງິນ 5 ລ້ານໂດລ່າ ເພື່ອຊ່ວຍເຫຼືອຫວຽດນາມຈາກພາຍຸໃຕ້ຝຸ່ນດ໊ອມເຣຍ



ປະເທດຫວຽດນາມພາກກາງແລະພາກໃຕ້ໄດ້ຮັບຄວາມເສຍຫາຍຢ່າງກ້ວາງຂວາງ ຫຼັງຈາກທີ່ຜະເຊີນໜ້າກັບພາຍຸໃຕ້ຝຸ່ນ ດ໊ອມເຣຍ ເຮັດໃຫ້ມີຜູ້ເສຍຊີວິດ 89 ລາຍ ແລະຍັງສູນຫາຍອີກຈໍານວນຫຼາຍ ພາຍຸ ດ໊ອມເຣຍ ມີຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ໄດ້ເຄື່ອນຕົວເຂົ້າຫວຽດນາມໃນພາກກາງແລະພາກໃຕ້ ເຮັດໃຫ້ຝົນຕົກໜັກແລະເກີດລົມແຮງ

ລັດຖະບານຫວຽດນາມລາຍງານວ່າ ອິນທິພົນຂອງພາຍຸ ດ໊ອມເຣຍ ໄດ້ສ້າງຄວາມເສຍຫາຍຕໍ່ຜົນຜະລິດທາງການກະເສດຫຼາຍກວ່າ 40,000 ເຮກເຕີ ແລະມີການຍົກເລີກທ່ຽວບິນກວ່າ 40 ທ່ຽວ ແລະຍັງເຮັດໃຫ້ເຮືອ 6ລໍາ ໃນທະເລຈີນໃຕ້ຫຼົ່ມ ຈົນຮອດຕອນນີ້ສາມາດຊ່ວຍລູກເຮືອໄດ້ 25 ຄົນແລ້ວ ແຕ່ອີກ 36 ຄົນຍັງບໍ່ມີລາຍງານເພີ່ມຕື່ມແລະຂະນະນ້ພາຍຸໄດ່ອ່ອນກໍາລັງລົງແລ້ວ
ທາງດ້ານ ປະທານາທິບໍດີປູຕິນ ມີຄໍາສັ່ງໃຫ້ລັດຖະບານຣັດເຊຍຊ່ວຍເຫຼືອດ້ານມະນຸດາະທໍາ ພ້ອມກັບມອບເງິນ 5 ລ້ານໂດລ່າເພື່ອຊ່ວຍບັນເທົາທຸກໃຫ້ກັບຫວຽດນາມທີ່ກໍາລັງປະສົບໄພພິບັດຈາກພາຍຸ


ไม่มีความคิดเห็น