ຫວາດສຽວສຸດໆ...ຟ້າຜ່າເຮືອບິນໂດຍສານທີກໍາລັງຂື້ນຈາກສະໜາມບິນ(ມີຄລິບ.)
ໃນວັນທີ່ 13
ພະຈິກ 2017 ໄດ້ມີການເຜີຍແຜ່ຄລິບ ບໍລິເວນສະໜາມບິນສະກິບໂພລ ຂອງເມືງອໍສເຕີດໍາ ປະເທດເນເທີແລນ
ເຊິ່ງຂະນະທີ່ເຮືອບິນໂດຍສານ ໂບອີ້ງ 777-300ER ຂອງສາຍການບິນແຄແອລເອັມ ທີ່ກໍາລັງຈະຂື້ນຈາກສະໜາມບິນດັ່ງກ່າວ
ໂດຍບໍິເວນນັ້ນຈະມືດຄື້ມໄປດ້ວຍເມກຝົນຈໍານວນຫຼາຍ.
ຫຼັງຈາກເຮືອບິນກໍາລັງຂຶ້ນບິນ
ຈາກລັນເວບໍດົນກໍປະກົດເກີດມສາຍຟ້າາດລົງບໍເວນຫົວຂອງເຮືອບິນແບບທີ່ເຫັນໄດ້ຊັດເຈນ ຈາກການລາຍງານເຫດການຄັ້ງນີ້ເຮືອບິນບໍໄດ້ຮັບຄວາມເສຍຫາຍໃດໆແລະສາມາດເດີນທາງຮອດຈຸດໝາຍປາຍທາງໄດ້ສໍາເລັດ
ຄືກຸງລິມາ ປະເທດເປຣູ ຢ່າງປອດໄພ ແລະຮອດຕາມເວລາທີ່ກໍານົດ.
ຜູ້ຊ່ຽວຊານໃຫ້ຂໍ້ມູນວ່າ
ເຫດການຟ້າຜ້າເຮືອບິນເກີດຂື້ນເລື້ອຍໆ ສ່ວນໃຫຍ່ເກີດຂື້ນບໍລິເວນປາຍປີກເຮືອບິນ
ຫຼືຫົວເຮຶືອບິນ ແຕ່ຖ້າບໍ່ເກີດຊ່ອງວ່າງກໍ່ສາມາດເດີນທາທງໄດ້ປົກກະຕິ ແຕ່ບາງຄັ້ງເຮືອບິນທີ່ຖືກຟ້າຜ່າຈະເກີດບັນຫາເລື່ອງລະບົບໄຟຟ້າທີ່ເກີດຈາກສະໜາມແມ່ເຫຼັກລົບກວນ
ແຕ່ເຮືອບິນລຸ່ນໃໝ່ ກໍ່ຈະມີວັດສະດຸທີ່ຊ່ວຍປ້ອງກັນກະແສໄຟຟ້າໄຫຼເຂົ້າສູ່ຫ້ອງຜູ້ໂດຍສານ.



Post a Comment