ຜູ້ບັນຊາການນິວເຄຣຍ ຢໍ້າຈະບໍ່ເຮັດຕາມຄໍາສັ່ງຜູ້ນໍາສະຫະລັດ ຖ້າສັ່ງຍິງນິວເຄຣຍໂດຍຜິດກົດໝາຍ!


ຜູ້ບັນຊາການຂອງກອງບັນຊາການທາງຍຸດທະສາດ ຂອງສະຫະລັດ ທ່ານ ຈອນ ໄຮເທັນ ໄດ້ຢືນຢັນວ່າ: ລາວຈະບໍ່ຍອມຮັບຫຼືປະຕິບັດຕາມຄໍາສັ່ງໃດໆ ຈາກທາງ ໂດນັລ ທຣໍ້າປະທານາທິບໍດີສະຫະລັດ ຖ້າຫາກຜູ້ນໍາສະຫະລັດນັ້ນສັ່ງຍິງນິວເຄຣຍໂດຍຜິດກົດໝາຍ ເຊິ່ງໃນຖານະທີ່ຮັບຜິດຊອບອາວຸດນິວເຄຣຍ ສະຖານະຂອງລະບົບໄບເບີຣ໌ ແລະຮັບມືກັບຂີປະນາວຸດ ທີ່ອາດຈະເປັນໄພຕໍ່ສະຫະລັດ ຈໍາເປັນຢ່າງຍິ່ງທີ່ຕ້ອງຄິດວິເຄາະ ແລະໃຫ້ຄໍາແນະນໍາທີ່ຖືກຕ້ອງແລະເໝາະສົມກັບຜູ້ນໍາສະຫະລັດແລະຜູ້ນໍາສະຫະລັດຈະເປັັນໃຫ້ຜູ້ໃຫ້ຕົນເຮັດຫຍັງ ແຕ່ຖ້າຄາສັ່ງນັ້ນຂັດກັບຂໍ້ກົດໝາຍ ຕົນຈະບອກທັນທີເລີຍວ່າມັນຜິດກົດໝາຍ ແລະຈະບໍ່ຍອມເຮັດຕາມຄໍາສັ່ງທີ່ຜິດກົດໝາຍນັ້ນເດັດຂາດເພາະຖ້າຕົນເອງເຮັດໃນສິ່ງທີ່ຜິດກົດໝາຍ ສຸດທ້າຍກໍ່ຕ້ອງຮັບຜິດຊອບແລະອາດຈະຕ້ອງຕິດຄຸກຕະຫຼອດຊີວິດ.

ไม่มีความคิดเห็น