ນັບຖືຫົວໃຈ ຕຳຫຼວດຮີໂລ່ຍອມຕາຍ ໂດດຈັບຕົວມືລະເບີດໄອເອສຊ່ວຍໄດ້ຫຼາຍຊີວິດ


ເຫດເກີດຂື້ນເມື່ອວັນທີ່ 16 ພະຈິກ ຜ່ານມາທີ່ກຸງຄາບູນ ເມືອງຫຼວງຂອງ ອັຟການິສຖານ ໃກ້ກັບໂຮງແຮມທີ່ເຕັມໄປດ້ວຍນັກກິດຈະກຳທາງການເມືອງ ແລະ ຜູ້ນຳທ້ອງຖິ່ນ ໄດ້ມີຜູ້ກໍ່ການຮ້າຍຈູດຊະນວນລະເບີດທີ່ຕິດກັບຕົວ ດ້ານໜ້າໂຮງແຮມ ຂະນະທີ່ ນາຍຕຳຫຼວດ ຊາເອັດ ບາຊຳປາຊາ ພຸ່ງເຂົ້າຈັບຕົວມືວາງລະເບີດເພື່ອບໍ່ໃຫ້ເຂົ້າໄປໃນໂຮງແຮມທີ່ມີຜູ້ຄົນໜາແໜ້ນ

ມີຜູ້ເສຍຊີວິດໃນເຫດການນີ້ກວ່າ 14 ຄົນ ແຕ່ອາດຈະຫຼາຍກວ່ານີ້ຫາກຕຳຫຼວດຄົນນີ້ບໍ່ເອົາຕົວເຂົ້າແລກເຮັດໃຫ້ມືວາງລະເບີດບໍ່ສາມາດເຂົ້າໄປໃນໂຮງແຮມໄດ້.


ไม่มีความคิดเห็น