ໂຈນລຸ່ນໃຫຍ່!! ຂີ່ລົດໃຫຍ່ໄປລັກເຄື່ອງຮ້ານເສື້ອຜ້າ
ວັນທີ່ 21 ພະຈິກ ທີ່ຜ່ານມາ ເວລາ 03:00 ໂມງເຊົ້າ ມີໂຈນ 2 ຄົນໄດ້ຂີ່ລົດໃຫຍ່ພ້ອມອຸປະກອນທີ່ໃຊ້ໃນການງັດເຂົ້າຮ້ານຂາຍເຄື່ອງເສື້ອຜ້າແຫ່ງໜຶ່ງ ທີ່ບ້ານໂນນຄໍ້ເໜືອ ເຊີ່ງສາມາດລັກເຄື່ອງໄປໄດ້ ແລະ ນຳໄປຂາຍຈົນໝົດແຕ່ຕອນຄໍ່າເວລາ 22:00 ຂອງມື້ດຽວກັນເຈົ້າຂອງຮ້ານສາມາດນຳຈັບໂຕໄດ້ຍ້ອນກ້ອງວົງຈອນສາມາດບັນທຶກປ້າຍທະບຽນລົດທີ່ໃຊ້ໃນການກໍ່ເຫດໄດ້ຢ່າງຊັດເຈນ ແລະ ໄດ້ສົ່ງຕໍ່ເຈົ້າໜ້າທີ່ດຳເນີນການຕາມກົດໝາຍ.




Post a Comment