ຈາກໃຈ!! ນຸ້ຍ ສຸພາພອນ Miss Universe Laos 2017 ກ່ອນຈະມາເປັນຄຳວ່າ “ຊຸດປະຈຳຊາດ”
ການອອກແບບຊຸດປະຈຳຊາດໃນຄັ້ງນີ້ ແມ່ນໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ, ໄຫຼເຮືອໄຟ ແລະ ກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະ ໄດ້ນຳມາປະສົມປະສານກັບການນຸ່ງຖືແບບຜູ້ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ ແລະ ທີ່ຂາດບໍ່ໄດ້ເລີຍກໍແມ່ນດອກໄມ້ນາໆຊະນິດ ເຊິ່ງເຮົາກໍໄດ້ຍົກເອົາດອກດາວເຮືອງເຊິ່ງເປັນດອກໄມ້ທີ່ຂາດບໍ່ໄດ້ເລີຍໃນງານບຸນຕ່າງ ຈຶ່ງໄດ້ມາເປັນ ຊຸດ “ທິດາພັນສາເຮືອງມາລາ”
ສຸດທ້າຍກໍ່ຝາກໃຫ້ຄົນລາວທຸກຄົນຊ່ວຍກັນໂຫວດໃຫ້ ນຸ້ຍ ສຸພາພອນ ສົມວິຈິດ ທີ່ເປັນຕົວແທນຄົນລາວທຸກຄົນໄປປະກວດໃນເວທີສາກົນລະດັບໂລກ.
ຂອບໃຈທີ່ມາ: Nui Soupphaphone Somvichit




Post a Comment