ເກາະນີ້ “ປູ” ເປັນໃຫຍ່ ລ່າຫັກປີກນົກທະເລເປັນອາຫານ (ມີຄລິບ)


ເວັບໄຊສ New Scientist ລາຍງານການສຶກສາຊີວິດສັດທຳມະຊາດ ຫຼັງມີຄລິບປູໝາກພ້າວທີ່ເກາະ ຊາກອສ ໃນມະຫາສະໝຸດອິນເດຍ ລ່າເຍື່ອເປັນນົກທະເລເຊີ່ງເປັນຄັ້ງທຳອິດທີ່ພົບເຫັນປູລ່າເຍື່ອບີນໄດ້ແບບນີ້ ສະທ້ອນວ່າ ປູໝາກພ້າວເປັນໃຫຍ່ໃນລະບົບນິເວດໃນເກາະດັ່ງກ່າວຢູ່.

ປູໝາກພ້າວ ຫຼື ປູຂີ້ລັກ ຈາກການທີ່ມັນໂຕໃຫຍ່ ແລະ ມີແຮງສາມາດຍົກເຄື່ອງຂອງຕ່າງໆໃນບ້ານມະນຸດໄປໄດ້ ນອກຈາກນັ້ນຍັງສາມາດເຈາະກີນໝາກພ້າວເປັນໜ່ວຍໄດ້ສະບາຍ, ມັນມີນຳ້ໜັກໄດ້ເຖີງ 4 ກິໂລ ເທົ່າໆກັບແມວຕາມບ້ານ ຂາຂອງມັນກາງຂະຫຍາຍອອກໄດ້ເຖີງ 1 ແມັດ ນອກຈາກໝາກພ້າວແລ້ວບາງທີກໍ່ຍັງກີນຊີ້ນອີກດ້ວຍ.

ไม่มีความคิดเห็น