ຈີນປະກາດຈຸດຢືນໜຸນກຳປູເຈຍສ້າງສະຖຽນລະພາບທາງການເມືອງ.


ຫວັງ ອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນກ່າວນອກຮອບການປະຊຸມລັດຖະມົນຕີຕ່າງປະເທດ ເອເຊຍ-ເອີລົບ (ອາເຊັມ) ທີ່ກຸງເນປິດໍ ປະເທດມຽນມາ ວ່າລັດຖະບານປັກກິ່ງສະໜັບສະໜຸນຄວາມພະຍາຍາມຂອງກຳປູເຈຍໃນການຮັກສາສະຖຽນລະພາບທາງການເມືອງ ໃນບັນຍາກາດຄວາມສຳພັນທີ່ຕຶງຄຽດລະຫວ່າງລັດຖະບານສະຫະລັດ ກັບລັດຖະບານນາຍົກລັດຖະມົນຕີ ຮຸນ ເຊນ ຫຼັງສານສູງສຸດຍຸບພັກຝ່າຍຄ້ານຫຼັກຂອງກຳປູເຈຍ. ນອກນີ້ຍັງເຊື່ອວ່າລັດຖະບານຈະຮັບມືຄວາມທ້າທາຍຈາກທັງພາຍໃນ ແລະ ພາຍນອກປະເທດ ເພື່ອຈັດການເລືອກຕັ້ງທົ່ວໄປໄດ້ຕາມກຳນົດໃນເດືອນ ກໍລະກົດປີໜ້າໃນບັນຍາກາດທີ່ດຳເນີນໄດ້ຢ່າງສະດວກ.

ไม่มีความคิดเห็น