ເກົາຫຼີເໜືອ ກັບຄືນສູ່ບັນຊີດໍາຂອງ ອາເມຣິກາ “ລັດສະໜັບສະໜູນກໍ່ການຮ້າຍ”
ສໍານັກຂ່າວຕ່າງປະເທດລາຍງານ
ຈາກກຸງວໍຊີງຕັນ ປະເທດສະຫະລັດອາເມຣິກາ ໃນວັນທີ່ 20 ພະຈິກວ່າ ປະທານາທິບໍດີໂດນັລ
ທຣໍ້າ ຖແຫຼງໃນວັນຈັນວ່າ ກ່ອນເລີມປະຊຸມຄະນະມົນຕີປະຈໍາອາທິດ
ປະກາດນໍາເກົາເໜືອກັບເຂົ້າສູ່ບັນຊີລາຍຊື່ “ລັດສະໜັບສະໜູນກໍ່ການຮ້າຍ” ແລະກະຊວງການເງິນຈະປະກາດມາດຕະການຂວໍ້າບາດລັດຖະບານປຽງຢາງເພີ່ມຕື່ມໃນວັນອັງຄານນີ້ຕາມເວລາທ້ອງຖິ່ນ
ຜູ້ນໍາສະຫະລັດກ່າວອີກວ່າ ການນໍາເກົາຫຼີເໜືອກັບສູ່ບັນຊີດໍາໃນຄັ້ງນີ້
ຄວນເກີດຂື້ນແຕ່ດົນແລ້ວ ໂດຍໃຫ້ເຫດຜົນປະກອບຄືການເສຍຊີວິດ ທ້າວ ອອດໂຕ ວໍຣ໌ເບຍ
ນັກສືກສາຊາວອາເມຣິກາທີ່ຖືກຄຸມຂັງທີ່ເກົາຫຼີເໜືອດົນກວ່າ 1 ປີ ແລະການທີ່ລັດຖະບານປຽງຢາງຢູ່ເບື່ອງຫຼັງການລອບຂ້າ
ຄີມ ຈອງ-ນໍາ ອ້າຍຄົນລະແມ່ຂອງ ຄີມ ຈອງ-ອືນ ຜູ້ນໍາສູງສຸດຄົນປັດຈຸບັນ ທີ່ປະເທດມາເລເຊຍ.
ແນວໃດກໍ່ຕາມ ຖືວ່າເກົາຫຼີເໜືອຍັງບໍ່ໄດ້ຈັດຢູ່ໃນລະດັບການເປັນ“ລັດສະໜັບສະໜູນກໍ່ການຮ້າຍ” ຕາມການປະເມີນຂອງສະຫະລັດ
ເຊິ່ງປະເທດທີ່ຈັດໃນລາຍຊື່ຈົນຮອດປັດຈຸບັນມີ ອີຫຼ່ານ ຊີເຣຍແລະຊູດານ
ເນື່ອງຈາດລັດຖະບານວໍຊີງຕັນບໍ່ເຄີຍສະແດງຫຼັກຖານໄດ້ຊັດເຈນວ່າເກົາຫຼີເໜືອມີພຶດຕິກໍາສະໜັບສະໜູນກຸ່ມກໍ່ການຮ້າຍຢ່າງສະໝໍ່າສະເໝີ. ນອກຈາກນີ້ສະຫະລັດຕ້ອງການໃຊ້ຄວາມປ່ຽນແປງຄັ້ງນີ້ໄປສູ່ການເພີ່ມມາດຕະການຂວໍ້າບາດການຄ້ານໍ້າມັນລະຫວ່າງປະຊາຄົມໂລກກັບປະເທດເກົາຫຼີເໜືອດ້ວຍ
ແຕ່ຄາບ່ອນດຽວເທົ່ານັ້ນຄືທ່າທີຂອງປະເທດຈີນ.


Post a Comment