ອິນໂດເຕືອນໄພລະດັບສູງສຸດ ພູເຂົາໄຟອາກຸງ ທີ່ເກາະບາຫຼີ ໃກ້ລະເບີດແລ້ວ
ສຳນັກຂ່າວຕ່າງປະເທດຫຼາຍແຫ່ງ ລາຍງານຂ່າວພູເຂົາໄຟອາກຸງທີ່ເກາະບາຫຼີ ປະເທດອິນໂດເນເຊຍ ໃກ້ເກີດການລະເບີດຄັ້ງໃຫຍ່ເຮັດໃຫ້ລັດຖະບານຕ້ອງແຈ້ງລະດັບການເຕືອນໄພລະດັບ 4 ເຊີ່ງເປັນຄຳເຕືອນລະດັບສູງສຸດ ໂດຍສັ່ງອົບພະຍົບອອກຫ່າງພູເຂົາໄຟໃນລັດສະໝີ 10 ກິໂລແມັດ ປະຊາຊົນກວ່າ 29,000 ຄົນ ຕ້ອງອອກຈາກທີ່ຢູ່ອາໄສເປັນການຊົ່ວຄາວ.
ສຳລັບສະໜາມບີນນາໆຊາດງູລະໄລ ທີ່ເກາະບາຫຼີໄດ້ປະເມີນສະຖານະການຂອງພູເຂົາໄຟທີ່ເລີ່ມປະທຸແຮງຂື້ນ ຝຸ່ນລະອອງເລີ່ມກະຈາຍທົ່ວທ້ອງຟ້າ ຈຶ່ງຕັດສິນໃຈຍົກເລີກທ່ຽວບີນທັງໝົດສົ່ງຜົນໃຫ້ມີຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດຕິດຄ້າງກວ່າ 59,000 ຄົນ.



Post a Comment