ຫຼັງຍິງຂີປະນາວຸດສຳເລັດ ເກົາຫຼີເໜືອບອກໂລກບໍ່ຕ້ອງຢ້ານ ໂສມແດງຮັກສະຫງົບ
ວັນທີ່ 29 ພະຈິກ ບີບີຊີ ແລະ ເອເອຟພີ ລາຍງານວ່າ ຫຼັງຈາກເກົາຫຼີເໜືອທົດສອບຍິງຂີປະນາວຸດນຳວິຖີຂ້າມທະວີບ (ໄອຊີບີເອັມ) ໂດຍລະບຸວ່າເປັນຂີປະນາວຸດ ຮວາຊົງ - 15 ທີ່ມີປະສິດທິພາບສູງສຸດ ເຊີ່ງ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ປະກາດວ່າ “ເປັນໄຊຊະນະທີ່ປະເມີນຄ່າບໍ່ໄດ້” ຂອງເກົາຫຼີເໜືອ ເປັນຄວາມສຳເລັດຄັ້ງປະຫວັດສາດທີ່ເຮັດໃຫ້ປະເທດກາຍເປັນຊາດນິວເຄຼຍໂດຍສົມບູນ.
ຂະນະທີ່ສຳນັກຂ່າວເຄຊີເອັນເອຂອງເກົາຫຼີເໜືອລາຍງານວ່າລະບົບຂອງ ຮວາຊົງ - 15 ເປັນຂີປະນາວຸດນຳວິຖີຍິງຂ້າມທະວີບທີ່ຕິດຫົວຮົບຂະໜາດໃຫຍ່ພິເສດໄດ້ ເຊີ່ງສາມາດຍິງໂຈມຕີແຜ່ນດີນໃຫຍ່ຂອງສະຫະລັດໄດ້ທັງໝົດ ນອກນັ້ນຍັງລາຍງານອີກວ່າ ໃນຖານະທີ່ເປັນຊາດນິວເຄຼຍທີ່ມີຄວາມຮັບຜິດຊອບ ແລະ ຮັກສັນຕິ ເກົາຫຼີເໜືອຈະພະຍາຍາມເຮັດທຸກວິຖີທາງໃນການປະຕິບັດຕາມເປົ້າໝາຍສູງສຸດຄືການປົກປ້ອງສັນຕິສຸກ ແລະ ຮັກສາສະຖຽນລະພາບຂອງໂລກ ແລະ ບອກວ່າອາວຸດນີ້ມີຂື້ນເພື່ອປ້ອງກັນນະໂຍບາຍຕະຫຼົບຫຼັງດ້ານນິວເຄຼຍຈາກສະຫະລັດອາເມລິກາ ຈະບໍ່ເປັນໄພຄຸກຄາມຕໍ່ປະເທດໃດໆ ຕາບເທົ່າທີ່ຜົນປະໂຫຍດຂອງເກົາຫຼີເໜືອບໍ່ຖືກລ່ວງລະເມີດ.


Post a Comment